ສະຖາບັນການຕ່າງປະເທດຈັດປາຖະກະຖາສະພາບການຂອງໂລກ-ພາກພື້ນ ແລະ ນະໂຍບາຍການຕ່າງປະເທດ ສສ ຫວຽດນາມ

- DSC 8549 - ສະຖາບັນການຕ່າງປະເທດຈັດປາຖະກະຖາສະພາບການຂອງໂລກ-ພາກພື້ນ ແລະ ນະໂຍບາຍການຕ່າງປະເທດ ສສ ຫວຽດນາມ
- kitchen vibe - ສະຖາບັນການຕ່າງປະເທດຈັດປາຖະກະຖາສະພາບການຂອງໂລກ-ພາກພື້ນ ແລະ ນະໂຍບາຍການຕ່າງປະເທດ ສສ ຫວຽດນາມ

ສະຖາບັນການຕ່າງປະ ເທດ, ໄດ້ຈັດປາຖະກະຖາພາຍ ໃນຫົວຂໍ້ “ສະພາບການຂອງ ໂລກ-ພາກພື້ນ ແລະ ນະໂຍ ບາຍ ການຕ່າງປະເທດຂອງ ສສ ຫວຽດນາມ” ຂຶ້ນໃນວັນທີ 30 ພະຈິກນີ້ທີ່ນະຄອນຫລວງວຽງ ຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ດັ້ງ ດິງ ກຸ່ຍ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ, ມີທ່ານ ຫົວ ໜ້າສະຖາບັນການຕ່າງ ປະເທດ, ແລະ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ, ພ້ອມດ້ວຍພະນັກ ງານວິຊາການ ຈາກບັນດາກະຊວງອ້ອມຂ້າງ ເຂົ້າຮ່ວມເປັນຈຳນວນຫລາຍ.

 

- Visit Laos Visit SALANA BOUTIQUE HOTEL - ສະຖາບັນການຕ່າງປະເທດຈັດປາຖະກະຖາສະພາບການຂອງໂລກ-ພາກພື້ນ ແລະ ນະໂຍບາຍການຕ່າງປະເທດ ສສ ຫວຽດນາມ

+ ສະຖາບັນການເມືອງ-ການປົກຄອງສະຫລຸບການຈັດຕັ້ງປະຕິບັດຫລັກສູດການຮຽນ-ການສອນ

+ ກະຊວງຍຸຕິທໍາລາວ-ຫວຽດນາມສະຫຼອງການຮ່ວມມືຄົບຮອບ 35 ປີ

ໂອກາດດັ່ງກ່າວ, ທ່ານ ຫົວ ໜ້າສະຖາບັນດັ່ງກ່າວໄດ້ຂຶ້ນບັນຍາຍ ໃນຫົວຂໍ້ທີ່ມີຄວາມສຳຄັນ ແລະ ເປັນປະໂຫຍດເປັນການ ແລກປ່ຽນຂໍ້ມູນຂ່າວສານກ່ຽວ ກັບສະພາບການພົ້ນເດັ່ນທີ່ ເກີດຂຶ້ນໃນພາກພື້ນ, ໃນໂລກ ແລະ ວຽກງານການຕ່າງປະ ເທດ. ນອກນັ້ນ, ຍັງເປັນການ ປະກອບສ່ວນເຂົ້າໃນກິດຈະກຳ ສະເຫລີມສະຫລອງສອງວັນ ປະຫວັດສາດ ສຳຄັນຂອງຊາດ ລາວ-ຫວຽດນາມ, ທັງເປັນ ການຮັດແໜ້ນສາຍພົວພັນມິດ ຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ທີ່ມີມູນເຊື້ອອັນ ດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ແໜ້ນແຟ້ນ ແລະ ຈະເລີນ ງອກງາມຍິ່ງໆຂຶ້ນ.

ໃນໂອກາດນີ້, ທ່ານ ດັ້ງ ດິງ ກຸ່ຍ ກໍໄດ້ຂຶ້ນບັນຍາຍ ໂດຍຍົກ ໃຫ້ເຫັນສະພາບການທີ່ພົ້ນ ເດັ່ນ ໃນພາກພື້ນ ແລະ ສາກົນ, ພ້ອມທັງອະທິບາຍກ່ຽວກັບ ແນວທາງນະໂຍບາຍການ ຕ່າງ ປະເທດຂອງຫວຽດນາມ ແລະ ສາຍພົວພັນແບບພິເສດ, ຮອບດ້ານລະຫວ່າງສອງປະ ເທດ ລາວ-ຫວຽດນາມ ແລະ ຈະພະຍາຍາມຕັ້ງໜ້າຜັນຂະ ຫຍາຍໃຫ້ແຕກດອກອອກຜົນ, ເສີມຂະຫຍາຍສາຍພົວພັນອັນ ເປັນມູນເຊື້ອດັ່ງກ່າວໃຫ້ນັບມື້ ກ້າວເຂົ້າສູ່ລອງເລິກ.

ພ້ອມດຽວກັນ, ຜູ້ເຂົ້າຮ່ວມ ຮັບຟັງການບັນຍາຍຍັງໄດ້ແລກ ປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນ ຫາຕ່າງໆທີ່ກ່ຽວ ຂ້ອງຢ່າງ ກົງໄປກົງມາເພື່ອກຽມຄວາມ ພ້ອມໃນການຮັບມືກັບສະພາບການຕ່າງໆທີ່ອາດຈະເກີດຂຶ້ນ ໃນອະນາຄົດ ແລະ ອື່ນໆ.

 

- DSC 8549 - ສະຖາບັນການຕ່າງປະເທດຈັດປາຖະກະຖາສະພາບການຂອງໂລກ-ພາກພື້ນ ແລະ ນະໂຍບາຍການຕ່າງປະເທດ ສສ ຫວຽດນາມ

- 4 - ສະຖາບັນການຕ່າງປະເທດຈັດປາຖະກະຖາສະພາບການຂອງໂລກ-ພາກພື້ນ ແລະ ນະໂຍບາຍການຕ່າງປະເທດ ສສ ຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!