ລາວ-ມົງໂກລີ ພົບປະ ແລະ ສືບຕໍ່ຮ່ວມມືວຽກງານກວດສອບ

ວັນທີ 11 ກຸມພາ 2025 ນີ້, ທີ່ສຳນັກງານອົງການກວດສອບແຫ່ງລັດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນການເຂົ້າຢ້ຽມຢາມ ແລະ ເຮັດວຽກຮ່ວມ ຂອງທ່ານ ຊັກຈາວ ເຕເລັກ ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມລາວ ລະຫວ່າງວັນທີ 10-14 ກຸມພານີ້.
ການພົບປະສອງຝ່າຍຄັ້ງນີ້, ນອກຈາກຄະນະຜູ້ແທນທັງສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບແລ້ວ, ຍັງມີກອງປະຊຸມແລກປ່ຽນຖອດຖອນ ບົດຮຽນດ້ານວິຊາການ 2 ຫົວຂໍ້ສຳຄັນຄື:
1). ການກວດສອບການຄຸ້ມຄອງດ້ານການຂຸດຄົ້ນບໍ່ແຮ່.
2). ການກຳນົດຄວາມສ່ຽງໃນການກວດສອບ.
ນອກນັ້ນ, ສອງຝ່າຍຍັງ ໄດ້ທົບທວນຄືນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ໂດຍສະເພາະແມ່ນສະເໜີໃຫ້ມີການຜັດປ່ຽນ ພົບປະຢ້ຽມຢາມຂອງການນໍາສອງຝ່າຍຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ແລະ ສະເໜີສືບຕໍ່ແລກປ່ຽນບົດຮຽນດ້ານວິຊາການ ແລະ ຂໍ້ມູນຂ່າວສານ ໃນຂົງເຂດວຽກງານກວດສອບແຫ່ງລັດ ດ້ວຍຮູບແບບການຝຶກອົບ ຮົມ ແລະ ກອງປະຊຸມແລກປ່ຽນໃນຫົວຂໍ້ທີ່ທັງສອງຝ່າຍມີຄວາມສົນໃຈ ພ້ອມທັງສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.