ມຽນມາ ສົ່ງຕົວຜູ້ຕົກເປັນເຫຍື່ອ ແກັງຄໍເຊັນເຕີ 260 ຄົນ ໃຫ້ຕໍາຫລວດໄທ ລວມທັງຄົນລາວ 6 ຄົນ

ສໍານັກຂ່າວໄທລາຍງານວັນທີ 12 ກຸມພາ 2025 ເຈົ້າໜ້າທີ່ ຈາກຫຼາຍໜ່ວຍງານຂອງໄທ ພ້ອມດ້ວຍ ຕໍາຫລວດຊາຍແດນ ໄດ້ນໍາກໍາລັງທະຫານ ແລະ ລົດບັນທຸກ 9 ຄັນ ໄປຮັບບຸກຄົນຕ່າງປະເທດທີ່ຕົກເປັນເຫຍື່ອ ແກ໊ງຄໍເຊັນເຕີໃນມຽນມາ ຈໍານວນ 260 ຄົນ ຢູ່ທີ່ບ້ານຊ່ອງແຄບ ຕໍາບົນ ຊ່ອງແຄບ ອໍາເພີ ພົບພຣະ ຈັງຫວັດ ຕາກ ປະເທດໄທ ເພື່ອນໍາຕົວທັງໝົດໄປທີ່ຈຸດຄັດຕອງ ເພື່ອກຽມສົ່ງຕົວກັບຄືນປະເທດຕົ້ນທາງໃຫ້ໄວທີ່ສຸດ.
ຕາມການລາຍງານຂອງເຈົ້າໜ້າທີ່ໄທລະບຸວ່າ ສໍາລັບຂັ້ນຕອນການສົ່ງກັບຄືນປະເທດຕົ້ນທາງແມ່ນຈະໃຊ້ຂະບວນການ National Referral Mechanism (NRM) ເຊິ່ງເປັນມາດຕະການທີ່ໃຊ້ເບິ່ງແຍງ ແລະ ຊ່ວຍເຫລືອເຫຍື່ອຄ້າມະນຸດ, ຈາກນັ້ນກະຊວງການຕ່າງປະເທດຈະປະສານງານກັບສະຖານທູດຂອງແຕ່ລະປະເທດ ເພື່ອອໍານວຍຄວາມສະດວກດ້ານເອກະສານ ແລະ ຈັດກຽມແຜນການສົ່ງຕົວກັບຄືນປະເທດ.
ໃນຈຳນວນຜູູ້ທີ່ຕົກເປັນເຫຍື່ອ ແກ໊ງຄໍເຊັນເຕີໃນມຽນມາ ທັງ 260 ຄົນນີ້, ມາຈາກ 20 ປະເທດ ເປັນຕົ້ນແມ່ນ: ສັນຊາດຟີລິບປິນ 16 ຄົນ; ເຄນຢາ 23 ຄົນ; ຕັງຊານີ 1 ຄົນ; ບຣາຊິລ 2 ຄົນ, ເອທິໂອປີ 138 ຄົນ; ປາກີສະຖານ 12 ຄົນ; ລາວ 6 ຄົນ, ແລະ ສັນຊາດ ຈີນ 10 ຄົນ.