ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ

ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ - 477024862 1164117175272651 7348121743413800704 n - ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ
ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ - kitchen vibe - ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ

ພັທ ຄໍາພູ ສົມແພງພັນ, ຮອງຫົວໜ້າພະແນກຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ວັນທີ 12 ກຸມພາ 2025 ຜ່ານມານີ້ວ່າ: ໃນໄລຍະທີ່ມີການໂຄສະນາເພື່ອໃຫ້ຜູ້ປະກອບການລົດຂົນສົ່ງ, ບໍລິການນັກທ່ອງທ່ຽວ, ລວມເຖິງຊາວຄ້າຂາຍ ແລະ ປະຊາຊົນທົ່ວໄປຮັບຮູ້ກ່ຽວກັບການລະບຽບຕ່າງໆ ໃນການຈອດລົດຮັບ-ສົ່ງນັກທ່ອງທ່ຽວຢູ່ເຂດປະຕູໄຊ ເຫັນວ່າທຸກພາກສ່ວນໃຫ້ການຮ່ວມມື ແລະ ເຂົ້າໃຈລະບຽບດ້ານດີສົມຄວນ ໂດຍສະເພາະຜູ້ຂັບລົດເມ ແລະ ລົດຕູ້ຂົນສົ່ງຕ່າງໆ.

ຢ່າງໃດກໍຕາມ, ຍັງມີຈໍານວນໜຶ່ງ ໂດຍສະເພາະຊາວຂາຍໄດ້ນໍາເອົາລົດສາມລໍ້ ແລະ ຊາເລັ້ງ ມາຈອດຢູ່ແຄມທາງ ຫລື ທາງຄົນຍ່າງ ເພື່ອຂາຍເຄື່ອງ ເຊິ່ງບໍ່ຖືກຕ້ອງຕາມລະບຽບ, ຂາດຄວາມເປັນລະບຽບຮຽບຮ້ອຍ ແລະ ຜິດຕໍ່ແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ວາງອອກ ໂດຍກຳນົດເລີ່ມວັນທີ 25 ກຸມພາ 2025 ເປັນຕົ້ນໄປ ຖ້າຫາກມີການລະເມີດ ມາຈອດຢູ່ເຂດປະຕູໄຊບໍ່ຖືກຕ້ອງ, ເຈົ້າໜ້າທີ່ກ່ຽວຂ້ອງຈະໃຊ້ມາດຕະການປັບໃໝຕາມຄວາມເໝາະສົມ.

ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ - Visit Laos Visit SALANA BOUTIQUE HOTEL - ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ
ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ - Visit Laos Visit SALANA BOUTIQUE HOTEL - ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ

ມາດຕະການປັບໃໝ ຕາມກຳນົດຄື: ລົດເມ 1,000,000 ຫາ 2,000,000 ກີບ, ລົດສາມລໍ້ ແລະ ຊາເລັ້ງ 500,000 ຫາ 1,000,000 ກີບ ແລະ ອື່ນໆ ຕາມທີ່ກໍານົດໄວ້ໃນລະບຽບການ ຂະນະດຽວກັນລົດແຕ່ລະຄັນຕ້ອງມີຖົງຢ່າງສໍາລັບໃສ່ຂີ້ເຫຍື້ອມາພ້ອມ ເພາະຖ້າພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍຢູ່ເຂດປະຕູໄຊ ກໍຈະນໍາໃຊ້ມາດຕະການປັບໃໝຕາມທີ່ກໍານົດໄວ້ເຊັ່ນດຽວກັນ.

ທີ່ມາ: ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ

ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ - 4 - ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ
ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ - 3 - ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ
ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ - 5 - ເລີ່ມ 25 ກຸມພາເປັນຕົ້ນໄປ ຈະໃຊ້ມາດຕະການປັບຕໍ່ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ