ຫວຽດນາມໄຟຂຽວປະຕິຮູບລະບົບລັດຖະກອນ ປົດພະນັກງານລັດນັບພັນ-ຍຸບຫລາຍກະຊວງ ຫວັງກະຕຸ້ນເສດຖະກິດ

ຫວຽດນາມໄຟຂຽວປະຕິຮູບລະບົບລັດຖະກອນ ປົດພະນັກງານລັດນັບພັນ-ຍຸບຫລາຍກະຊວງ ຫວັງກະຕຸ້ນເສດຖະກິດ - 111 10 - ຫວຽດນາມໄຟຂຽວປະຕິຮູບລະບົບລັດຖະກອນ ປົດພະນັກງານລັດນັບພັນ-ຍຸບຫລາຍກະຊວງ ຫວັງກະຕຸ້ນເສດຖະກິດ
ຫວຽດນາມໄຟຂຽວປະຕິຮູບລະບົບລັດຖະກອນ ປົດພະນັກງານລັດນັບພັນ-ຍຸບຫລາຍກະຊວງ ຫວັງກະຕຸ້ນເສດຖະກິດ - kitchen vibe - ຫວຽດນາມໄຟຂຽວປະຕິຮູບລະບົບລັດຖະກອນ ປົດພະນັກງານລັດນັບພັນ-ຍຸບຫລາຍກະຊວງ ຫວັງກະຕຸ້ນເສດຖະກິດ

       ສະພາຫວຽດນາມລົງມະຕິເຫັນພ້ອມແຜນປັບໂຄງສ້າງລັດຖະບານຄັ້ງໃຫຍ່ທີ່ສຸດໃນຮອບຫລາຍທົດສະວັດ ເຊິ່ງຈະນໍາໄປສູ່ການຫລຸດວຽກຫລາຍພັນຕໍາແໜ່ງ ແລະ ຮື້ລະບົບລັດຖະກອນໃຫ້ມີປະສິດທິພາບເພີ່ມຂຶ້ນ ເພື່ອບັນລຸເປົ້າໝາຍການເຕີບໃຫຍ່ທີ່ທ້າທາຍ.

      ສໍານັກຂ່າວບລູມເບິກລາຍງານວ່າ: ການລົງມະຕິມີຂຶ້ນໃນວັນທີ 18 ກຸມພາ ລະຫວ່າງກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ຢູ່ນະຄອນຫລວງຮ່າໂນ້ຍ.

ຫວຽດນາມໄຟຂຽວປະຕິຮູບລະບົບລັດຖະກອນ ປົດພະນັກງານລັດນັບພັນ-ຍຸບຫລາຍກະຊວງ ຫວັງກະຕຸ້ນເສດຖະກິດ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມໄຟຂຽວປະຕິຮູບລະບົບລັດຖະກອນ ປົດພະນັກງານລັດນັບພັນ-ຍຸບຫລາຍກະຊວງ ຫວັງກະຕຸ້ນເສດຖະກິດ

      ເນື່ອງຈາກລັດຖະບານຕັ້ງເປົ້າຈະຫລຸດຂະໜາດກະຊວງ, ໜ່ວຍງານລັດ ແລະ ກໍາລັງຄົນລົງປະມານ 20% ຈຶ່ງສົ່ງຜົນເຮັດໃຫ້ລັດຖະກອນທີ່ໄດ້ຮັບຜົນກະທົບຄາດວ່າຈະມີຈໍານວນປະມານ 100,000 ຄົນ. ຖືເປັນການປັບໂຄງສ້າງຄັ້ງໃຫຍ່ທີ່ສຸດນັບແຕ່ຫວຽດນາມປະຕິຮູບເສດຖະກິດໂດຍຫັນມາໃຊ້ລະບົບຕະຫລາດ.

      ພາຍໃຕ້ແຜນດັ່ງກ່າວ, ກະຊວງ 5 ແຫ່ງຈະຖືກຍຸບ. ຂະນະທີ່ກະຊວງອື່ນໆຈະຖືກຄວບລວມເຊັ່ນ: ການຄວບລວມກະຊວງການເງິນເຂົ້າກັບກະຊວງການວາງແຜນ ແລະ ການລົງທຶນ. ນອກຈາກນີ້ ຊ່ອງທາງການເຜີຍແຜ່ຂໍ້ມູນຈະຖືກຈໍາກັດ ໂດຍສະຖານີໂທລະພາບຂອງລັດຫລາຍຊ່ອງຈະຖືກປິດ ພ້ອມຍົກເລີກໜັງສືພິມ ແລະ ວາລະສານຫລາຍແຫ່ງ.

      ການຊຸກຍູ້ການປະຕິຮູບລະບົບລັດຖະກອນໂດຍທ່ານ ໂຕ ເລິມ ເລຂາທິການພັກກອມມູນິດຫວຽດນາມ ເກີດຂຶ້ນກ່ອນການປ່ຽນຜູ້ນໍາໃນປີໜ້າ ເຊິ່ງຈະມີຂຶ້ນໃນກອງປະຊຸມສະພາແຫ່ງຊາດທີ່ຈັດຂຶ້ນທຸກຫ້າປີ.

       ການປະຕິຮູບຄັ້ງນີ້ຖືເປັນກຸນແຈສໍາຄັນໃນການປົດລັອກການເຕີບໃຫຍ່ທາງເສດຖະກິດໃນລະດັບ 8% ເຊິ່ງນາຍົກລັດຖະມົນຕີ ຟາມ ມິນ ຈິນ ກໍາລັງຊຸກຍູ້ໃນປີນີ້ ໂດຍຫວັງຈະຍົກລະດັບການເຕີບໃຫຍ່ໃຫ້ເຖິງເລກສອງຫລັກໃນປີຕໍ່ໆໄປ.

      ທັງນີ້, ລັດຖະບານໄດ້ກຽມເງິນທົດແທນຫລາຍຮູບແບບໃຫ້ລັດຖະກອນຫລາຍພັນຄົນທີ່ຖືກປົດອອກ. ເຖິງຢ່າງໃດກໍຕາມ, ຫລາຍຄົນຍັງກັງວົນກ່ຽວກັບການຫາວຽກໃໝ່ ທ່າມກາງກະແສການເຄື່ອນຍ້າຍແຮງງານຄັ້ງໃຫຍ່ຈາກພາກລັດສູ່ພາກເອກະຊົນ.

ຫວຽດນາມໄຟຂຽວປະຕິຮູບລະບົບລັດຖະກອນ ປົດພະນັກງານລັດນັບພັນ-ຍຸບຫລາຍກະຊວງ ຫວັງກະຕຸ້ນເສດຖະກິດ - 5 - ຫວຽດນາມໄຟຂຽວປະຕິຮູບລະບົບລັດຖະກອນ ປົດພະນັກງານລັດນັບພັນ-ຍຸບຫລາຍກະຊວງ ຫວັງກະຕຸ້ນເສດຖະກິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!