ປີ 2025 ອົງການກວດສອບແຫ່ງລັດ ຈະດໍາເນີນການກວດສອບ 154 ເປົ້າໝາຍ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນວັນທີ 20-21 ກຸມພາ 2025 ທີ່ ນະຄອນຫຼວງວຽງຈັນ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ເປັນປະທານ ມີ ຮອງປະທານອົງການກວດສອບແຫ່ງລັດ ປະທານ-ຮອງປະທານອົງການກວດສອບປະຈຳພາກ ພະນັກງານຫຼັກແຫຼ່ງອົງການກວດສອບສູນກາງ ແລະ ອົງການກວດສອບປະຈຳພາກ ເຂົ້າຮ່ວມ.
ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: ກອງປະຊຸມວຽກງານອົງການກວດສອບແຫ່ງລັດ ປະຈຳປີ ເປັນກອງປະຊຸມໜຶ່ງ ທີ່ມີຄວາມໝາຍສຳຄັນຍິ່ງ ທັງເປັນໂອກາດອັນດີທີ່ຈະໄດ້ພ້ອມກັນຕີລາຄາຄືນການປະຕິບັດວຽກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ໃນປີຜ່ານ ມາ ໂດຍສະເພາະ ຜົນສຳເລັດທີ່ຍາດມາໄດ້ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກໍານົດທິດທາງແຜນການເຄື່ອນໄຫວ ແລະ ວິທີການປັບປຸງແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງຢ່າງລົງເລິກເຖິງຖອງ.
ບັນຫາສຳຄັນ ທີ່ ຈະໄດ້ນຳມາປຶກສາຫາລືລວມມີ: ສິ່ງທ້າທາຍໃນການດຳເນີນການກວດສອບ ກໍຄືມາດຕະການແນະນໍາການແກ້ໄຂຜົນການກວດສອບ ແລະ ກົນໄກການຕິດຕາມ ຊຸກຍູ້ ການແກ້ໄຂຜົນການກວດສອບ ໃຫ້ມີການແກ້ໄຂຢ່າງຕັ້ງໜ້າ ທີ່ກວມໃນອັດຕາສ່ວນຫຼາຍຂຶ້ນກວ່າເກົ່າ ວຽກງານ ອື່ນໆ ທີ່ປິ່ນອ້ອມ ລວມທັງ ຂັ້ນຂອດການປະສານງານ ລະຫວ່າງ ອົງການກວດສອບແຫ່ງລັດ ອົງການກວດສອບປະຈໍາພາກ ກັບ ອົງການປົກຄອງຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນໃຫ້ມີຄວາມໂລ່ງລ່ຽນກົມກຽວ ແລະ ຮັບປະກັນຄຸນນະພາບ ແນ່ໃສ່ເຮັດໃຫ້ການຄຸ້ມຄອງ ແລະ ການນຳໃຊ້ງົບປະມານຊັບສິນຂອງລັດໃຫ້ມີຄວາມໂປ່ງໃສ ຖືກຕ້ອງຕາມລະບຽບກົດໝາຍ ມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ມີມະຕິຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ ສະບັບເລກທີ 140/ສພຊ ລົງວັນທີ 11 ທັນວາ 2024 ໃນປີ 2025 ອົງການກວດສອບແຫ່ງລັດຈະໄດ້ປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ ດໍາເນີນການກວດສອບ ຈໍານວນ 154 ເປົ້າໝາຍ ໃນນັ້ນ: ອົງການກວດສອບແຫ່ງລັດ ຂັ້ນສູນກາງ 76 ເປົ້າ ໝາຍ (ກວດສອບອົງການຈັດຕັ້ງລັດ 28 ເປົ້າໝາຍ, ທະນາຄານ 15 ເປົ້າໝາຍ ວິສາຫະກິດລັດ 15 ເປົ້າໝາຍ ແລະ ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 18 ເປົ້າໝາຍ) ແລະ ອົງການກວດສອບປະຈໍາ 5 ພາກ ຈໍານວນ 78 ເປົ້າໝາຍ (ພາກເໜືອ 1 ມີ 16 ເປົ້າໝາຍ, ພາກເໜືອ 2 ມີ12 ເປົ້າໝາຍ ພາກກາງ 1 ມີ 18 ເປົ້າໝາຍ ພາກກາງ 2 ມີ12 ເປົ້າໝາຍ ແລະ ພາກໃຕ້ ຈໍານວນ 20 ເປົ້າໝາຍ), ທັງໝົດນີ້ ຈະຕ້ອງໄດ້ສູ້ຊົນດຳເນີນການກວດສອບໃຫ້ສຳເລັດ ພ້ອມທັງຮັບປະກັນຄຸນນະພາບຜົນການກວດສອບໃຫ້ມີຄວາມຄົບຖ້ວນ ຊັດເຈນ ສາມາດຕີລາຄາບັນຫາໃຫ້ຖືກຕ້ອງ ພາວະວິໄສ ມີວິທະຍາສາດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
ທີ່ມາ: ວຽງຈັນໃໝ່/VientianeMai