ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ

- 111 - ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ
- kitchen vibe - ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ

       ເຈົ້າໜ້າທີ່ຂອງສໍານັກງານເພື່ອການພັດທະນາສາກົນຂອງອາເມລິກາ (USAID) ທະຍອຍເກັບເຄື່ອງ ແລະ ບອກລາສໍານັກງານໃຫຍ່ຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 27 ກຸມພາຜ່ານມາ ພາຍຫລັງລັດຖະບານອາເມລິກາພາຍໃຕ້ການນໍາຂອງທ່ານ ໂດນັລ ທຣໍາ ຕັດສິນໃຈຕັດງົບປະມານສະໜັບສະໜູນ ພ້ອມສັ່ງຢຸດການຊ່ວຍເຫລືອຕ່າງປະເທດເປັນເວລາ 90 ວັນ ນັບແຕ່ທ້າຍເດືອນມັງກອນຜ່ານມາ ເພື່ອກວດສອບວ່າ: ໂຄງການຕ່າງໆຂອງອາເມລິກາສອດຄ່ອງກັບນະໂຍບາຍ America First ຫລື ບໍ່.

       ຄໍາສັ່ງດັ່ງກ່າວເຮັດໃຫ້ເຈົ້າໜ້າທີ່ USAID ກວ່າ 90% ຖືກພັກວຽກ ແລະ ທະຍອຍຖືກເລີກຈ້າງ ໂດຍອົງການມີທ່າອ່ຽງສູງຈະຖືກຍຸບຢ່າງເປັນທາງການໃນອະນາຄົດ ເຮັດໃຫ້ມີພົນລະເມືອງອາເມລິກາຈໍານວນໜຶ່ງມາຮ່ວມໃຫ້ກໍາລັງໃຈບັນດາເຈົ້າໜ້າທີ່ USAID ຢູ່ບໍລິເວນທາງໜ້າສໍານັກງານໃຫຍ່. ນອກຈາກນີ້ ຄໍາສັ່ງຂອງທ່ານ ທຣໍາ ຍັງສ້າງແຮງລຸກຂຶ້ນຄັ້ງໃຫຍ່ໃຫ້ໜ່ວຍງານຊ່ວຍເຫລືອດ້ານມະນຸດສະທໍາໃນປະເທດຕ່າງໆທົ່ວໂລກ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ
- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ

ອ້າງອີງ:

- 5 - ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ
- 3 - ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ
- 4 - ເຈົ້າໜ້າທີ່ USAID ທະຍອຍເກັບເຄື່ອງອອກຈາກສໍານັກງານໃຫຍ່ ພາຍຫລັງລັດຖະບານ ທຣໍາ ຕັດງົບສະໜັບສະໜູນ-ເລີກຈ້າງ