ເລີ່ມ 3 ມີນາ 2025 ເປັນຕົ້ນໄປ ພາຫະນະເຂົ້າອອກດ່ານຂົວມິດຕະພາບລາວ-ໄທ1 ຕ້ອງມີໃບຕິດຕາມ
March 3, 2025 - 5:25 PM

ດ່ານ ຕມ ສາກົນຂົວມິດຕະພາບ 1 ອອກແຈ້ງການ ກ່ຽວກັບການອອກໃບຕິດຕາມພາຫະນະເຂົ້າ-ອອກ ດ່ານ ວ່າ: ນັບແຕ່ວັນທີ 03 ມີນາ 2025 ເປັນຕົ້ນໄປ, ເຈົ້າໜ້າທີ່ດ່ານ ຕມ ສາກົນຂົວມິດຕະພາບ1 ຈະໄດ້ອອກໃບຕິດຕາມພາຫະນະທຸກຄັນ ທີ່ເຂົ້າ-ອອກ ຜ່ານດ່ານ ຕມ ສາກົນຂົວມິດຕະພາບ1.
ຈຸດປະສົງ
1. ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການຄ້າມະນຸດ, ເຊິ່ງປະຈຸບັນເຫັນວ່າມີຕົວເລກທີ່ພົນລະເມືອງລາວຕົກເປັນເຫຍື່ອຂອງການຄ້າມະນຸດນັບມື້ ນັບເພີ່ມຂຶ້ນ;
2. ເປັນການສະກັດກັ້ນການນໍາເຂົ້າ-ສົ່ງອອກ ອາວຸດເສິກ, ທາດແຕກ, ທາດເບື່ອ, ຢາເສບຕິດ, ທາດເຄ ມີອັນຕະລາຍ, ການຟອກເງິນ, ການກໍ່ການຮ້າຍ, ການກໍ່ອາຊະຍາກໍາຂ້າມຊາດ, ການຄ້າຂາຍ ສັດນໍ້າ-ສັດປ່າຫວງຫ້າມ ແລະ ສີ່ງທີ່ຜິດກົດໝາຍອື່ນໆ;
3. ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ການລັກລອບຄ້າຂາຍລົດເຖື່ອນໃນຮູບແບບຕ່າງໆ.