ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງວິທະຍາໄລຄູລາວ 8 ແຫ່ງ ມູນຄ່າ 18 ລ້ານກວ່າໂດລາສະຫະລັດ

- 481186845 122142579434388511 865500213047002557 n - ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງວິທະຍາໄລຄູລາວ 8 ແຫ່ງ ມູນຄ່າ 18 ລ້ານກວ່າໂດລາສະຫະລັດ
- kitchen vibe - ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງວິທະຍາໄລຄູລາວ 8 ແຫ່ງ ມູນຄ່າ 18 ລ້ານກວ່າໂດລາສະຫະລັດ

ວັນທີ 3 ມີນາ 2025, ທີ່ ວິທະຍາໄລຄູບ້ານເກິນ ເມືອງທຸລະຄົມ, ແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ອາຄານຮຽນໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູໃນລາວ ມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶ ມິຊຶໂຕະມຸ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ມິຢາໂກະ ໂຄບາຢາຊິ ຫົວໜ້າ ອົງການ ໄຈກາ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເປົ້າໝາຍຂອງໂຄງການແມ່ນ ເພື່ອພັດທະນາ ແລະ ຍົກລະ ດັບຄຸນນະພາບການຮຽນ-ການສອນຂອງໂຮງຮຽນສາທິດ ໂດຍການປັບປຸງອາຄານຮຽນ ແລະ ອຸປະກອນສື່ການຮຽນ-ການສອນຕ່າງໆ ສໍາລັບວິທະຍາໄລຄູ ແລະ ໂຮງຮຽນສາທິດໃນລາວ ໂດຍໄດ້ ຮັບທຶນຊ່ວຍເຫລືອລ້າ ມູນຄ່າ 1,912,000,000 ເຢນ ຫລື ປະມານ 18 ລ້ານໂດລາສະຫະລັດ ແລະ ລັດຖະບານລາວ 181,100 ໂດລາສະຫະລັດ; ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 10 ເດືອນກັນ ຍາ ປີ 2020 ເຖິງ ວັນທີ 31 ທັນວາ 2026.

ໂຄງການດັ່ງກ່າວຈັດຕັ້ງປະຕິບັດຢູ່ວິທະຍາໄລຄູ 8 ແຫ່ງ ຄື: ວິທະຍາໄລຄູ ຫລວງນ້ຳທາ, ວິທະຍາໄລຄູ ບ້ານເກິນ, ວິທະຍາໄລຄູ ຫລວງພະບາງ, ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູ ຄັງໄຂ, ວິທະຍາໄລຄູ ສາລະວັນ, ວິທະຍາໄລຄູ ດົງຄໍາຊ້າງ ແລະ ວິທະ ຍາໄລຄູປາກເຊ. ມີເນື້ອທີ່ປຸກສ້າງລວມ 15,822 ຕາແມັດ, ລວມມີອາຄານ 26 ຫລັງ, ໃນນັ້ນໂຮງຮຽນລ້ຽງເດັກ ແລະ ອະນຸບານສາ ທິດ 11 ຫລັງ, ປະຖົມສາທິດ 6 ຫລັງ, ມັດທະຍົມສາທິດ 8 ຫລັງ, ອາຄານຮຽນ ສໍາລັບວິທະຍາໄລຄູ 1 ຫລັງ ແລະ ມີຫ້ອງນ້ຳແຍກ 15 ຫລັງ, ລວມຈໍານວນ ຫ້ອງຮຽນທັງໝົດ 121 ຫ້ອງຮຽນ. ພ້ອມນີ້, ພາຍໃນອາຄານ ຍັງມີຫ້ອງການຄູ, ຫ້ອງທົດລອງ, ຫ້ອງອະເນກປະສົງ, ຫ້ອງປະຖົມພະຍາບານ, ຫ້ອງອ່ານ, ຫ້ອງກະກຽມ, ຫ້ອງອຸປະກອນ ແລະ ຫ້ອງເກັບເຄື່ອງ.

ທີ່ມາ: ໜັງສືພິມວຽງຈັນໃໝ່

- 3 - ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງວິທະຍາໄລຄູລາວ 8 ແຫ່ງ ມູນຄ່າ 18 ລ້ານກວ່າໂດລາສະຫະລັດ
- 4 - ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງວິທະຍາໄລຄູລາວ 8 ແຫ່ງ ມູນຄ່າ 18 ລ້ານກວ່າໂດລາສະຫະລັດ
- 5 - ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງວິທະຍາໄລຄູລາວ 8 ແຫ່ງ ມູນຄ່າ 18 ລ້ານກວ່າໂດລາສະຫະລັດ