ຈີນເປີດກອງປະຊຸມສອງສະພາ ຕັ້ງເປົ້າ GDP ເຕີບໃຫຍ່ປະມານ 5% ໃນປີ 2025

ຈີນເປີດກອງປະຊຸມສອງສະພາຢ່າງຍິ່ງໃຫຍ່ ເຊິ່ງເປັນກອງປະຊຸມທາງການເມືອງລະດັບປະເທດທີ່ສໍາຄັນຂອງຈີນ ທີ່ຈະກໍານົດທິດທາງນະໂຍບາຍຂອງປະເທດ ທ່າມກາງສະພາບແວດລ້ອມສະຫລັບສັບຊ້ອນ ແລະ ທ້າທາຍຢູ່ຈີນ ແລະ ທົ່ວໂລກ ໂດຍກອງປະຊຸມປະຈໍາປີຂອງຄະນະກໍາມະການແຫ່ງຊາດປະຈໍາສະພາທີ່ປຶກສາທາງການເມືອງແຫ່ງປະຊາຊົນຈີນ (CPPCC) ເຊິ່ງເປັນໜ່ວຍງານທີ່ປຶກສາທາງການເມືອງລະດັບສູງສຸດຂອງຈີນ ເລີ່ມຂຶ້ນໃນວັນທີ 4 ມີນາ, ສ່ວນກອງປະຊຸມຂອງສະພາຜູ້ແທນປະຊາຊົນແຫ່ງຊາດ (NPC) ເຊິ່ງເປັນສະພານິຕິບັນຍັດລະດັບສູງສຸດ ເລີ່ມຂຶ້ນແລ້ວໃນວັນທີ 5 ມີນາ.
ຈີນຕັ້ງເປົ້າໝາຍການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນ (GDP) ປະມານ 5% ໃນປີ 2025 ເຊິ່ງໂດຍທົ່ວໄປແລ້ວ ຕົວເລກນີ້ຖືເປັນໜຶ່ງໃນຕົວເລກທີ່ຖືກເຝົ້າຕິດຕາມຫລາຍທີ່ສຸດ ໂດຍ GDP ບໍ່ພຽງແຕ່ເປັນຕົວຊີ້ວັດເສດຖະກິດ, ແຕ່ຍັງເປັນຕົວບົ່ງຊີ້ສໍາຄັນຂະນະທີ່ເສດຖະກິດຂອງຈີນກໍາລັງປ່ຽນຜ່ານສູ່ການພັດທະນາທີ່ມີຄຸນນະພາບສູງ.
ອ້າງອີງ: