ຮູຕິປະກາດກັບມາໂຈມຕີເຮືອອິດສະລາແອນ ພາຍຫລັງສະກັດການຊ່ວຍເຫລືອເຂົ້າສູ່ກາຊາ

ກຸ່ມຕິດອາວຸດຮູຕິຢູ່ເຢເມນປະກາດວ່າຈະກັບມາໂຈມຕີເຮືອອິດສະລາແອນອີກເປັນຄັ້ງທໍາອິດໃນຮອບປະມານ 2 ເດືອນ ເພື່ອຕອບໂຕ້ທີ່ອິດສະລາແອນຕັດສິນໃຈປິດກັ້ນການຊ່ວຍເຫລືອບໍ່ໃຫ້ເຂົ້າສູ່ເຂດກາຊາ.
“ເຮືອອິດສະລາແອນທຸກລໍາທີ່ພະຍາຍາມລະເມີດຄໍາສັ່ງຫ້າມໃນພື້ນທີ່ປະຕິບັດການທີ່ເຮົາກໍານົດໄວ້ຈະຖືກໂຈມຕີທັນທີ” ທ່ານ ຢາຢາ ຊາຣີ ໂຄສົກຂອງກຸ່ມຮູຕິກ່າວ. “ຄໍາສັ່ງຫ້າມນີ້ຈະມີຜົນຈົນກວ່າດ່ານຂ້າມແດນເຂົ້າສູ່ເຂດກາຊາຈະເປີດອີກ” ແລະ ການຊ່ວຍເຫລືອດ້ານມະນຸດສະທໍາ ລວມທັງອາຫານ ແລະ ຢາຈະໄດ້ຮັບອະນຸຍາດໃຫ້ສົ່ງເຂົ້າໄປໄດ້.
ຄໍາສັ່ງຫ້າມດັ່ງກ່າວຄວບຄຸມເຮືອທີ່ແລ່ນຜ່ານທະເລແດງ, ທະເລອາຣັບ, ຊ່ອງແຄບບັບ, ອໍາມັນດັບ ແລະ ອ່າວເອເດນ. ຂະນະທີ່ທາງການອິດສະລາແອນຍັງບໍ່ໄດ້ຕອບສະໜອງຕໍ່ຄໍາຂູ່ດັ່ງກ່າວ.
ສໍານັກຂ່າວບລູມເບິກລາຍງານວ່າ: ການປະກາດຂອງຮູຕິອາດເປັນອຸປະສັກຕໍ່ການຟື້ນຕົວຂອງຄອງສຸເອຊທີ່ກໍາລັງຄ່ອຍໆດີຂຶ້ນ ເຊິ່ງເປັນແຫລ່ງລາຍໄດ້ສໍາຄັນຂອງອີຢິບ ໂດຍຜ່ານມາ ລາຍໄດ້ຈາກຄອງສຸເອຊຫລຸດລົງປະມານ 60% ຈາກຜົນກະທົບຂອງການໂຈມຕີ ແລະ ຄາດວ່າການສູນເສຍຈະສູງເຖິງ 7 ພັນລ້ານໂດລາໃນປີງົບປະມານທີ່ສິ້ນສຸດໃນເດືອນມິຖຸນານີ້.
ທັງນີ້, ກຸ່ມຮູຕິທີ່ໄດ້ຮັບການສະໜັບສະໜູນຈາກອີຣານ ດໍາເນີນການໂຈມຕີເຮືອຂົນສົ່ງສິນຄ້າ ແລະ ເຮືອການຄ້າດ້ວຍລູກສອນໄຟ ແລະ ໂດຣນໃນທະເລແດງ ແລະ ອ່າວເອເດນມາກວ່າໜຶ່ງປີ ສົ່ງຜົນກະທົບຕໍ່ເສັ້ນທາງຂົນສົ່ງສິນຄ້າທົ່ວໂລກ ໂດຍການໂຈມຕີເລີ່ມຕົ້ນຂຶ້ນນັບແຕ່ສົງຄາມຢູ່ເຂດກາຊາເລີ່ມຂຶ້ນໃນເດືອນຕຸລາ 2023.