ຈຳປາສັກປະຕິບັດລາຍຮັບໄດ້ 1 ພັນຕື້ກວ່າກີບ

ໃນ 10 ເດືອນຜ່ານມາ ແຂວງຈຳປາສັກ ສາມາດຈັດ ເກັບລາຍຮັບໄດ້ແລ້ວຫລາຍ ກວ່າ 1.000 ຕື້ກີບເທົ່າກັບ 76,97% ຂອງຕົວເລກແຜນການ.
+ ງວດທໍາອິດປີ 2017 ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,6 ພັນຕື້ກີບ
+ ກອງກວດກາພາສີແຂວງສະຫວັນນະເຂດເກັບລາຍຮັບໄດ້ເກີນແຜນ 42 ຕື້ກວ່າກີບ
ທ່ານ ຫົວໜ້າພະແນກການ ເງິນແຂວງຈຳປາສັກລາຍງານ ຕໍ່ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີກະຊວງການເງິນ ໃນໂອກາດມາຮ່ວມກອງປະຊຸມ ໂຕະມົນປະຈຳປີ 2017 ແລະ ຊຸກຍູ້ການຈັດເກັບລາຍຮັບເຂົ້າ ງົບປະມານ ແຂວງຈຳປາສັກ ຜ່ານມານີ້ວ່າ: ລາຍຮັບດັ່ງກ່າວ ສະເພາະພູດສູນກາງປະຕິບັດ ໄດ້ 511 ກວ່າຕື້ກີບທຽບໃສ່ ໄລ ຍະດຽວກັນຂອງປີຜ່ານມາ ເພີ່ມ ຂຶ້ນ 0,27%. ສ່ວນລາຍຈ່າຍ ພູດຂອງແຂວງມາຮອດປັດ ຈຸບັນ ສາມາດປະຕິບັດໄດ້ 528 ກວ່າຕື້ກີບ, ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີໄດ້ ໃຫ້ກຽດໂອ້ລົມສະແດງຄວາມ ຍ້ອງຍໍຊົມເຊີຍຜົນງານທີ່ ແຂວງຈຳປາສັກ ກໍຄືຂະແໜງ ການເງິນໄດ້ເອົາໃຈໃສ່ຈັດຕັ້ງ ປະຕິບັດການຈັດເກັບລາຍຮັບ ເຂົ້າງົບປະມານໄດ້ຕາມແຜນ ແຕ່ແນວໃດກໍໄດ້ຮຽກຮ້ອງ ໃຫ້ອຳນາດການປົກຄອງ ແລະ ການນຳຂະແໜງການ ກ່ຽວຂ້ອງເອົາໃຈໃສ່ຜ່ານຜ່າ ຂໍ້ຫຍຸ້ງຍາກຕ່າງໆ ເພື່ອຈັດຕັ້ງ ປະຕິບັດໜ້າທີ່ດ້ວຍຄວາມ ຮັບຜິດຊອບຕາມສິດໜ້າທີ່ ແລະ ພາລະບົດບາດຂອງຕົນ ບໍ່ໃຫ້ມີ ຄວາມຫຍໍ້ທໍ້ງໍ້ງ່ຽງ, ຕ້ອງເອົາ ໃຈໃສ່ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ປະ ກອບສ່ວນເຂົ້າໃນການຈັດ ເກັບລາຍຮັບງົບປະມານໃຫ້ ໄດ້ຕາມແຜນການມີ ຄວາມ ໂປ່ງໃສ ແລະ ບໍ່ໃຫ້ລາຍຮັບ ຕົກເຮ່ຍເສຍຫາຍ.