ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ

ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ - 492008632 1156633649824273 3896036080468893216 n - ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ
ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ - kitchen vibe - ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ

ວັນທີ 18 ເມສາ 2025 ນີ້ ສູນກາງແນວລາວສ້າງຊາດ ຈັດກອງປະຊຸມປຶກສາຫາ ລືກ່ຽວກັບການແຈ້ງຂ່າວການລະສັງຂານ, ການບຳເພັນກຸສົນ ແລະ ການກໍານົດວັນຊາປະນະກິດສະຣີລະສັງຂານ ຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ມະຫາເຖຣະເຈົ້າ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ (ອພສ) ມີທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານ ສູນກາງ ອພສ, ທ່ານ ວິໄລວົງ ບຸດດາຄຳ ກໍາມະການສໍາສູນກາງພັກ, ລັດຖະມົນຕີກະຊວງພາຍໃນ, ມີຮອງປະທານສູນກາງແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ມະຫາເຖຣະເຈົ້າ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ (ອພສ) ລະສັງຂານ (ມໍລະນະພາບ)  ວັນທີ 17 ເມສາ 2025 (ພຸດທະສັງກາດ 2568) ເວລາ 00:22 ໂມງ ລວມສິຣິອາຍຸໄດ້ 92 ປີ, 72 ພັນສາ. ປັດຈຸບັນ, ສະຣີລະສັງຂານ ຂອງພະອາຈານໃຫຍ່ ໄດ້ບໍາເພັນກຸສົນ ຢູ່ທີ່ຫໍທໍາມະສະພາ (ຊັ້ນ 2) ວັດພະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.

ກອງປະຊຸມໄດ້ປຶກສາຫາລືການແຕ່ຕັ້ງຄະນະຮັບຜິດຊອບງານຊາປະນະກິດ, ອະນຸກຳມະການດ້ານຕ່າງໆ ແລະ ການກໍານົດວັນຊາປະນະກິດສະຣີລະສັງຂານ ຫລື ປະຊຸມເພີງ (ຈູດ)ຈະໄດ້ຈັດຂຶ້ນໃນວັນເສົາ ວັນທີ 17 ພຶດສະພາ 2025 ຢູ່ເດີ່ນພະທາດຫລວງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ມີລາຍລະອຽດດັ່ງນີ້: ເວລາ 13:00 ໂມງ ເຄື່ອນສະຣີລະຂອງພະອາຈານໃຫຍ່ ອອກຈາກຫໍທໍາມະສະພາ ສູ່ສະຖານທີ່ຊາປະນະກິດ (ຊົ່ວຄາວ) ຢູ່ເດີ່ນທາດຫລວງ, ເວລາ 14:00 ໂມງ ພິທີທາງການ ແລະ ສາສະນະພິທີຕາມວາລະ,ເວລາ 20:00 ໂມງ ພິທີສູດອະພິທໍາສັງຄະຫະ, ວາງດອກໄມ້ທູບທຽນ ແລະ ຖວາຍເພີງ; Øວັນທີ 18 ພຶດສະພາ 2025 ເປັນມື້ເກັບອັດຖິ; ວັນທີ 19 ພຶດສະພາ 2025 ເປັນມື້ຫ້າງຫາກະກຽມ ຕັ້ງອັດຖະ (ກອງບຸນ) ຢູ່ຫໍທັມມະສະພາ; Øວັນທີ 20 ພຶຶດສະພາ 2025 ເວລາ 07:00 ໂມງ ຕັກບາດ-ຖວາຍກອງບຸນ ແລະ ເຄື່ອງໄທຍະທານ;

ດັ່ງນັ້ນ, ຈຶ່ແຈ້ງຂ່າວມາຍັງການຈັດຕັ້ງພັກ-ລັດ, ເອກະຊົນ ແລະ ບຸກຄົນ-ນິຕິບຸກຄົນ ເພື່ອຊາບທົ່ວເຖິງກັນແລະ ຖ້າຫາກທ່ານໃດມີຄວາມປະສົງຈະໄປເຂົ້າຄາລະວະສະຣີລະສັງຂານ (ເຄົາລົບສົບ), ເຂົ້າຮ່ວມພິທີບໍາເພັນກຸ ສົນ ແລະ ຮ່ວມເປັນເຈົ້າພາບເຈົ້າສັດທາຖວາຍຈະຕຸປັດໄຈ ຫລື ປະກອບສ່ວນກິນທານໃນພິທີດັ່ງກ່າວ ແມ່ນສາມາດໄປໄດ້ທຸກໆວັນ, ເລີ່ມແຕ່ວັນທີ 18 ເມສາ 2025 ຫາ 16 ພຶດສະພາ 2025 ແຕ່ເວລາ 08:00 ໂມງ ຫາ 21:00ໂມງ.

ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ - 5 - ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ
ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ - 3 - ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ
ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ - 4 - ຫາລືກ່ຽວກັບການຊາປະນະກິດສະຣີລະສັງຂານຂອງປະທານສູນກາງ ອພສ ແຫ່ງ ສປປ ລາວ