15 ວິທີໃນການລ້ຽງລູກໃຫ້ສະຫຼາດ
December 12, 2017 - 4:04 PM


- ຕາເບິ່ງຕາ: ເມື່ອລູກມືນຕາຕື່ນຂຶ້ນມາ ໃຫ້ເຮົາເບິ່ງໜ້າສົບຕາກັັບລູກນ້ອຍປະມານ 1-2 ນາທີ ເດັກນ້ອຍເກີດໃຫມ່ຈື່ຈໍາໃບໜ້າຂອງຄົນໄດ້ເປັນສິ່ງທໍາອິດ ແລະ ໃບໜ້າຂອງພໍ່ແມ່ຄືໃບຫນ້າທໍາອິດທີ່ລູກຍາກຈື່ຈໍາ ຊຶ່ງແຕ່ລະຄັ້ງທີ່ລູກນ້ອຍຈ້ອງເບິ່ງໃບໜ້າຂອງແມ່ ສະໝອງກໍຈະບັນທຶກຄວາມຊົງຈໍາໄວ້ເພີ່ມຂຶ້ນເລື່ອຍໆ.
- ເວລາເວົ້າກັບລູກ: ເວັ້ນຊ່ອງຫວ່າງໃນຊ່ວງຄໍາງ່າຍໆທີ່ລູກສາມາດເວົ້າຕໍ່ໄດ້ເຊັ່ນ: ພະຍາງສຸດທ້າຍຂອງຄໍາ ຫຼື ຄໍາສຸດທ້າຍຂອງປະໂຫຍກ ໃນຊ່ວງທໍາອິດ ລູກອາດຈະມິດ ແລະ ເຮັດໜ້າງົງໆ ແຕ່ໃນທີ່ສຸດຖ້າເຮັດແບບນີ້ຕະຫຼອດ ໃນປະໂຫຍກຊໍ້າໆລູກຈະຄ່ອຍໆຈັບຈັງຫວະ, ຈັບຄໍາບາງຄໍາໄດ້ ແລະ ເລີ່ມເວົ້າຕໍ່ໃນຊ່ອງຫວ່າງທີ່ພໍ່ແມ່ຢຸດໄວ້ໃຫ້.
- ສະຫຼາດເພາະນົມແມ່: ໃຫ້ນົມແມ່ດົນທີ່ສຸດເທົ່າທີ່ຈະດົນໄດ້ ຜົນການສຶກສາໃນເດັກໄວຮຽນພົບວ່າ ເດັກນ້ອຍທີ່ກິນນົມແມ່ຕອນທີ່ຍັງນ້ອຍມັກຈະມີໄອຄິວສູງກວ່າເດັກນ້ອຍທີ່ບໍ່ໄດ້ກິນນົມແມ່. ນອກຈາກນີ້ ການໃຫ້ນົມລູກຍັງເປັນຊ່ວງເວລາສໍາຄັນໃນການສ້າງສາຍສໍາພັນກັບລູກດ້ວຍ.
- ເຮັດຕະຫຼົກໃສ່ລູກ: ແມ່ນແຕ່ເດັກນ້ອຍອາຍຸພຽງ 2 ມື້ ກໍມີຄວາມສາມາດຮຽນແບບການສະແດງອອກທາງສີໜ້າຢ່າງງ່າຍໆຂອງພໍ່ແມ່ໄດ້ ບໍ່ເຊື່ອລອງແລບລີ້ນ ຫຼື ເຮັດໜ້າຕະຫຼົກໆໃສ່ລູກໆຈະເຮັດຕາມ.
- ແວ່ນເງົາວິເສດ: ເດັກນ້ອຍເກືອບທຸກຄົນມັກແຍງແວ່ນ ເຂົາຈະດີໃຈທີ່ໄດ້ເຫັນເງົາຂອງຕົວເອງໃນແວນ ຍົກມື ຫຼື ຍິ້ມແຍ້ມ ແລະ ຫົວອອກມາທຸກຄັ້ງ.
- ເຮັດໃຫ້ລູກຫົວ: ການຫົວເປັນຈຸດເລີ່ມຕົ້ນຂອງພັດທະນາການດ້ານອາລົມ.
- ສອງຮູບຖ່າຍທີ່ແຕກຕ່າງ: ເອົາຮູບ 2 ໃບທີ່ຄືກັນໃຫ້ລູກເບິ່ງ ໂດຍວາງໃຫ້ຫ່າງຈາກໃບໜ້າຂອງລູກປະມານ 8-12 ນິ້ວ ເຊັ່ນ: ຮູບເຮືອນທີ່ຄືກັນທັງສອງຮູບ ແຕ່ອີກຮູບໜຶ່ງມີຕົ້ນໄມ້ໃຫຍ່ຢູ່ໜ້າເຮືອນ ເຖິງຈະຍັງນ້ອຍແຕ່ກໍສາມາດສັງເກດຄວາມແຕກຕ່າງນີ້ໄດ້ ເປັນການສ້າງຄວາມຈໍາທີ່ຈະເປັນພື້ນຖານໃນການຈື່ຈໍາຕົວອັກສອນ ແລະ ການອ່ານສໍາລັບລູກຕໍ່ໄປ.
- ຊົມວິວນໍາກັນ: ພາລູກອອກໄປຍ່າງຫຼິ້ນ ແລະ ບັນຍາຍສິ່ງທີ່ເປັນໃຫ້ລູກຟັງ ການບັນຍາຍສິ່ງແວດລ້ອມໃຫ້ລູກຟັງສ້າງໂອກາດການຮຽນຮູ້ຄໍາສັບໃຫ້ກັບລູກ.
- ສຽງປະຫຼາດ: ເຮັດສຽງເປັນສັດປະຫຼາດ ຫຼື ເຮັດສຽງສູງໆ ຮຽນແບບສຽງເວລາເດັກນ້ອຍເວົ້າ ເດັກນ້ອຍອ່ອນຈະພະຍາຍາມປັບການຮັບຟັງສຽງຕ່າງໆຈະພໍ່ແມ່.
- ຮ້ອງເພງ: ສ້າງສຽງ ແລະ ຈັງຫວະສ່ວນຕົວລະຫວ່າງພໍ່ແມ່ ແລະ ລູກຂຶ້ນມາ.
- ເວລາໃນການອາບນໍ້າສອນໃຫ້ລູກຮູ້ຈັກສ່ວນຕ່າງໆຂອງຮ່າງກາຍ ຫຼື ອຸປະກອນທີ່ໃຊ້ໃນການອາບນໍ້າ ແລະ ບັນຍາຍໃຫ້ລູກຟັງພ້ອມວ່າກໍາລັງເຮັດຫຍັງຢູ່ ແລະ ຈະເຮັດຫຍັງຕໍ່ໄປ ເທົ່າກັບເປັນການສອນຄໍາສັບ ແລະ ຊ່ວຍໃຫ້ລູກຮຽນຮູ້ກ່ຽວກັບກິດຈະວັດປະຈໍາວັນໄປໃນຕົວ.
- ອຸທິດຕົນເປັນຂອງຫຼິ້ນ: ບໍ່ຕ້ອງລົງທຶນຊື້ຂອງຫຼິ້ນລາຄາແພງໆໄວ້ໃຫ້ລູກບໍລິຫານຮ່າງກາຍ ພຽງແຕ່ພໍ່ແມ່ນອນລົງພື້ນ ແລ້ວປ່ອຍໃຫ້ລູກພະຍາຍາມຄານຂ້າມຕົວໄປ ພຽງເທົ່ານີ້ຮ່າງກາຍພໍ່ແມ່ກໍຈະກາຍເປັນສະໜາມເດັກຫຼິ້ນທີ່ລາຄາຖືກທີ່ສຸດ ແລະ ໄດ້ພັດທະນາການກ້າມຊີ້ນ ແລະ ຮຽນຮູ້ເລື່ອງການແກ້ໄຂບັນຫາໄປພ້ອມ.
- ພາລູກໄປຊື້ເຄື່ອງຢູ່ຮ້ານສັບພະສິນຄ້າ: ດົນໆພາລູກໄປຊື້ເຄື່ອງຂອງທີ່ຮ້ານສັບພະສິນຄ້ານຳກໍບໍ່ເສຍຫາຍ ໃບໜ້າຜູ້ຄົນອັນຫຼາກຫຼາຍ ລວມເຖິງແສງ, ສີ, ສຽງ ໃນຮ້ານສັບພະສິນຄ້າຄື: ສິ່ງບັນເທິງໃຈສໍາລັບລູກນ້ອຍ.
- ໃຫ້ລູກມີສ່ວນຮ່ວມ: ພະຍາຍາມໃຫ້ລູກມີສ່ວນຮ່ວມໃນກິດຈະວັດຕ່າງໆ.
15. ສຽງ ແລະ ສໍາຜັດຈາກລົມຫາຍໃຈ: ການເປົ່າລົມຄ່ອຍໆໄປຕາມໃບໜ້າ, ມື, ແຂນ ຫຼື ທ້ອງຂອງລູກ ຫາຈັງຫວະໃນການເປົ່າຂອງຕົວເອງເຊັ່ນ: ເປົ່າໄວໆສະລັບກັບຊ້າ ຫຼື ເປົ່າແລ້ວຕາມດ້ວຍສຽງຕ່າງໆ ຕາມແຕ່ຈິນຕະນາການຂອງພໍ່ແມ່ ແລະ ຖ້າເບິ່ງປະຕິກິລິຍາການຕອບສະຫນອງຈາກລູກ.