ໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

- 492888483 1159296316224673 1859130846397481459 n - ໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ
- kitchen vibe - ໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນປະ ຕິວັດລາວ (ຄຊປປລ) ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 22 ເມສາ 2025 ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ພ້ອມດ້ວຍການນຳພັກ, ລັດ, ນັກປະຕິວັດອາວຸໂສ, ບັນດາກະຊວງ, ອົງການ, ແຂວງ, ນະຄອນຫລວງວຽງຈັນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

- 492025535 1159296079558030 3471688690441426179 n 1024x683 - ໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິ ຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ເຊິ່ງເປັນມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະຫງ່າລາສີ ເຊິ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງການ ແລະ ທ້ອງຖິ່ນ ເພາະວ່າທຸກຍຸກທຸກສະໄໝ ຊາວໜຸ່ມລາວແມ່ນມີບົດບາດຕັດສິນ ແລະ ເປັນກໍາລັງແຮງອັນໃຫຍ່ຫລວງໃຫ້ແກ່ທຸກຍຸກທຸກສະໄໝ. ຕະຫລອດ 7 ທົດສະວັດ ນັກຮົບສີຟ້າ ພາຍໃຕ້ຮົ່ມທຸງຂອງພັກ ກໍຄື ການນຳພາຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ແບກຫາບພາລະກຳປະຫວັດສາດ ອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳປະຫວັດສາດເຫລົ່ານັ້ນໄດ້ຢ່າງສະຫງ່າງາມ. ໃນຊຸມປີຕໍ່ໜ້າພັກ ຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ-ເງິນຕາ ລວມທັງຄວາມບອບບາງທາງດ້ານເສດຖະກິດມະຫາພາກ; ຄະນະບໍລິຫານງານຊາວໜຸ່ມ ຈະຕ້ອງໄດ້ເພີ່ມທະວີການສະກັດກັ້ນ ການປະຕິບັດນະໂຍບາຍຫັນປ່ຽນ ໂດຍສັນຕິຂອງພວກຄົນບໍ່ດີ ຕໍ່ລະບອບ ໃໝ່ ຂອງພວກເຮົາດ້ວຍຫລາຍຮູບການ; ປະກົດການຫຍໍ້ທໍ້ໃນສັງຄົມ ນັບມື້ເກີດຂຶ້ນຢ່າງຕໍ່ເນື່ອງ, ການສຶກສາພົບກັບຄວາມຫຍຸ້ງຍາກ, ຄ່າຄອງຊີບນັບມື້ສູງຂຶ້ນ ແລະ ອື່ນໆ. ແຕ່ດ້ວຍມູນເຊື້ອຄວາມສາມັກຄີ ແລະ ຄວາມຕັດສິນໃຈຂອງຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ໄດ້ສືບຕໍ່ປະກອບສ່ວນຍູ້ແຮງພາ ລະກິດປ່ຽນແປງໃໝ່ຮອບດ້ານ ມີຫລັກການ, ເຮັດໃຫ້ປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍທີ່ກຳນົດໄວ້ ດ້ວຍການເສີມຂະຫຍາຍມູນເຊື້ອ ທາດແທ້ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

- Visit Laos Visit SALANA BOUTIQUE HOTEL - ໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ
- 492041669 1159296372891334 4984254378468974840 n 1024x683 - ໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສຳ ເລັດ ທີ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຍາດມາໄດ້ຕະຫລອດໄລຍະຜ່ານມາ ເຊິ່ງຊາວໜຸ່ມ ມີບົດບາດສຳຄັນໃນການຊ່ວຍຂັບເຄື່ອນການສ້າງສາ ແລະ ພັດທະນາປະເທດຊາດ, ຊາວໜຸ່ມໄດ້ຮຽນຮູ້ ແລະ ຮັບເອົາວິທະຍາສາດ, ເຕັກໂນໂລຊີ ມາພັດທະນາຕົນເອງ ແລະ ພັດທະນາປະເທດ ຢ່າງບໍ່ຢຸດຢັ້ງ. ນອກນີ້, ຊາວໜຸ່ມລາວຍັງເປັນຜູ້ຮັບຮູ້ໄວ, ເຂົ້າໃຈໄວເຊິ່ງທຸກໆການປ່ຽນແປງຂອງໂລກ ອາດເວົ້າໄດ້ວ່າຊາວໜຸ່ມລາວ ເປັນໄວທີ່ຮຽນຮູ້ທັນຍຸກທັນສະໄໝໄດ້ດີພໍສົມຄວນ ຕີລາຄາວ່າ ຊາວໜຸ່ມລາວໃນຍຸກນີ້ ເປັນຍຸກແຫ່ງການເປັນໂຕຂອງໂຕເອງ ໄດ້ດີທີ່ສຸດເທົ່າທີ່ເຄີຍມີມາໃນປະຫວັດສາດຂອງໄວໜຸ່ມລາວ ນັ້ນກໍເພາະວ່າພັກ ແລະ ລັດຖະບານ ໄດ້ໃຫ້ໂອກາດໄວໜຸ່ມ ເປີດກວ້າງອອກສູ່ໂລກພາຍນອກ ເຖິງສະ ພາບການຈະມີການປ່ຽນແປງຢ່າງໃດກໍຕາມ ແຕ່ຊາວໜຸ່ມລາວ ຍັງປັນແຂນຂວາຂອງພັກ, ເປັນຜູ້ທີ່ໄດ້ຮັບຄວາມໄວ້ເນື້ອເຊື້ອໃຈຈາກພັກ ແລະ ຈາກປະຊາຊົນ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງເນັ້ນໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສືບຕໍ່ເຕົ້າໂຮມຄວາມສະມັກຄີພາຍໃນພັກ ບຸກລະດົມຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມຂະບວນການໃຫ້ຫລາຍຂຶ້ນ ແລະ ກວ້າງຂວາງ ແຕ່ຂັ້ນສູນກາງຮອດທ້ອງ ຖິ່ນ, ຕ້ອງປັບປຸງກໍ່ສ້າງການຈັດຕັ້ງຂອງຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ, ຊາວໜຸ່ມລາວຕ້ອງຮູ້ປັບປຸງແປງປ່ຽນຕົນເອງໃຫ້ດີຂຶ້ນ, ຕ້ອງມີຫົວຄິດປະດິດສ້າງ, ສະແຫວງຫາຄວາມຮູ້ໃໝ່ໆ, ຊາວໜຸ່ມ ແລະ ເຍົາວະຊົນ ຕ້ອງຮູ້ຮັກຊາດ ແລະ ພັດທະນາຕົນເອງຢູ່ສະເໝີ ບໍ່ໃຫ້ຕົກຍຸກ ຕົກສະໄໝ ຕ້ອງຮຽນຮູ້ເພາະໂລກ ມີການຂະຫຍາຍຕົວໄວ, ຫາກບໍ່ບືນຕົວກໍ່ຈະຕົກຂະບວນການຂອງການພັດທະນາ.

- 492140942 1159296652891306 1866321100804390678 n 1024x589 - ໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ທີ່ມາ: ໜັງສືພິມ ປະເທດລາວ

- 5 - ໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!