ເປີດນຳໃຊ້ ອາຄານຫ້ອງປະຊຸມໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ຢູ່ແຂວງວຽງຈັນ


ພິທີເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 23 ເມສາ 2025 ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ມີເອກອັກຄະຣາຊະທູດໄທປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ຂອງ ລາວ ແລະ ໄທ ເຂົ້າຮ່ວມ.
ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ໄດ້ຮັບການສະໜັບສະໜູນ ຊ່ວຍເຫລືອຈາກໂຄງການອັນເນື່ອງມາຈາກພະຣາດຊະດຳຣິຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ເຊິ່ງເລີ່ມແຕ່ປີ 1992 ເປັນຕົ້ນມາ. ດ້ວຍການຊ່ວຍເຫລືອດັ່ງກ່າວ, ເຮັດໃຫ້ໂຮງຮຽນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ທັງດ້ານພື້ນຖານໂຄງລາງ ແລະ ຄວາມຮູ້ຄວາມສາມາດຂອງຄູ-ອາຈານ ເປັນຕົ້ນ ແມ່ນການຊ່ວຍເຫລືອກໍ່ສ້າງ ຫໍພັກສິຣິນທອນ 4 ຫລັງ, ອາຄານຮຽນຮູ້ ສິຣິນທອນ 1 ຫລັງ, ເຮືອນຄົວນັກຮຽນ 1 ຫລັງ, ອາຄານຮຽນ ຄອມພິວເຕີ 2 ຫລັງ ປະກອບດ້ວຍອຸປະກອນທົດລອງ ແລະ ອິນເຕີເນັດ.


ພິເສດ ໃນໂອກາດການມາຢ້ຽມຢາມ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ຄັ້ງຜ່ານມາ, ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ໄດ້ຮັບການຊ່ວຍເຫລືອສ້າງຫ້ອງການຄູ 1 ຫລັງ, ຫໍພັກຍິງ 1 ຫລັງ ແລະ ອຸປະກອນຮັບໃຊ້ການຮຽນ-ການສອນ, ສ້ອມແປງໂຮງງານນ້ຳດື່ມ ເຊິ່ງມີມູນຄ່າສູງສົມຄວນ. ນອກນັ້ນ, ຍັງໄດ້ຮັບທຶນການສຶກສາລະດັບປະລິນຍາຕີ ສາຂາ ໄອທີ 5 ທຶນ ແລະ ນິຕິວິທະຍາສາດ 3 ທຶນ ລວມເປັນ 8 ທຶນ ທີ່ຣາຊະອານາຈັກໄທ ສົກປີ 2025-2028.
ສຳລັບ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຮຽນ-ການສອນ ໃນໄລຍະໃໝ່ ກໍຄື ການສ້າງນັກຮຽນ ໃຫ້ມີຄຸນນະພາບ ແລະ ມີຄວາມຮູ້ຄວາມສາມາດ, ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ຈະສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ສຳຄັນຕ່າງໆ ເປັນຕົ້ນ ຈະປັບປຸງພື້ນ ຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກໃນດ້ານຕ່າງໆ ໂດຍສະເພາະ ກໍ່ສ້າງອາຄານຮຽນ ແລະ ປະກອບອຸປະກອນການຮຽນ-ການສອນ ທີ່ທັນສະໄໝ, ສ້າງ ແລະ ປັບປຸງເສັ້ນທາງແຕ່ເສັ້ນທາງເລກທີ 13 ເໜືອ ຫາໂຮງຮຽນ, ພ້ອມທັງກໍ່ສ້າງກຳແພງ, ສ້ອມແປງ ແລະ ບຳລຸງຮັກສາໂຮງງານນ້ຳດື່ມໃຫ້ນຳໃຊ້ໄດ້ຢ່າງຕໍ່ເນື່ອງ. ພ້ອມນີ້, ຍັງຈະຍົກລະດັບຄວາມຮູ້ ຄວາມສາມາດຂອງ ຄູ-ອາຈານ ຈາກຊັ້ນກາງ ແລະ ຊັ້ນສູງ ຂຶ້ນເປັນປະລິນຍາຕີ ຫລື ສູງກວ່າປະລິນຍາຕີ ໂດຍສະເພາະແມ່ນ ຄູຄະນິດສາດ, ພາສາສາດ, ສິລະປະ ແລະ ອື່ນໆ ເພື່ອສ້າງໃຫ້ໄດ້ນັກຮຽນເກັ່ງ ໃນຫລາຍລະດັບ ຕື່ມອີກ.