ຄະນະລັດຖະບານອິດສະລາແອນອະນຸມັດແຜນຢຶດຄອງກາຊາ ກຽມອົບພະຍົບຊາວປາແລັສຕິນ 2.1 ລ້ານຄົນໄປທາງພາກໃຕ້


ຄະນະລັດຖະມົນຕີດ້ານຄວາມໝັ້ນຄົງຂອງອິດສະລາແອນມີມະຕິຮັບຮອງແຜນຂະຫຍາຍການບຸກທາງທະຫານຕໍ່ກຸ່ມຮາມັດ ເຊິ່ງລວມທັງການຢຶດຄອງເຂດກາຊາ ແລະ ເຂົ້າຄວບຄຸມດິນແດນດັ່ງກ່າວ.
ໂດຍນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຂອງອິດສະລາແອນ ເປີດເຜີຍວ່າ: ຄະນະລັດຖະມົນຕີຄວາມໝັ້ນຄົງຂອງອິດສະລາແອນຕັດສິນໃຈໃຊ້ປະຕິບັດການຮຸນແຮງ ເພື່ອທໍາລາຍກຸ່ມຮາມັດ ແລະ ຊ່ວຍເຫລືອຕົວປະກັນທີ່ເຫລືອຢູ່.
ຂະນະທີ່ຊາວປາແລັສຕິນ 2.1 ລ້ານຄົນຢູ່ເຂດກາຊາ ຈະຕ້ອງອົບພະຍົບໄປທາງພາກໃຕ້ຂອງກາຊາ ເຊິ່ງທ່ານ ເນທັນຢາຮູ ອ້າງວ່າເປັນການອົບພະຍົບເພື່ອປົກປ້ອງຊີວິດຂອງພວກເຂົາ.
ການລົງມະຕິດັ່ງກ່າວມີຂຶ້ນໃນວັນທີ 4 ພຶດສະພາ ພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກກອງທັບອິດສະລາແອນປະກາດວ່າຈະລະດົມກໍາລັງສໍາຮອງຫລາຍໝື່ນຄົນເພື່ອເພີ່ມຄວາມແຂງແຮງຂອງປະຕິບັດການຢູ່ກາຊາ.
ຂະນະທີ່ທ່ານ ເນທັນຢາຮູ ບໍ່ໄດ້ລະບຸວ່າ ກອງກໍາລັງທະຫານຈະຢຶດພື້ນທີ່ຢູ່ກາຊາຫລາຍຊໍ່າໃດ, ແຕ່ເນັ້ນວ່າ ກອງກໍາລັງທະຫານທີ່ຮ່ວມປະຕິບັດຈະບໍ່ພຽງເຂົ້າໄປໃນກາຊາ ແລະ ອອກມາ.
ນອກຈາກນີ້, ຄະນະລັດຖະມົນຕີຄວາມໝັ້ນຄົງອິດສະລາແອນຍັງອະນຸມັດແຜນສົ່ງມອບການຊ່ວຍເຫລືອຢູ່ກາຊາຜ່ານບໍລິສັດເອກະຊົນ ເຊິ່ງຈະຢຸດການປິດກັ້ນການຊ່ວຍເຫລືອທີ່ເກີດຂຶ້ນດົນກວ່າ 2 ເດືອນ ເຊິ່ງອົງການສະຫະປະຊາຊາດລະບຸວ່າ: ສົ່ງຜົນເຮັດໃຫ້ເກີດສະພາບຂາດເຂີນອາຫານຢ່າງຮຸນແຮງ.
ເຖິງຢ່າງໃດກໍຕາມ, UN ແລະ ໜ່ວຍງານຊ່ວຍເຫລືອອື່ນໆຊີ້ວ່າ: ແຜນດັ່ງກ່າວຂອງອິດສະລາແອນຈະລະເມີດຫລັກການດ້ານມະນຸດສະທໍາຂັ້ນພື້ນຖານ ແລະ ຈະບໍ່ໃຫ້ການຊ່ວຍເຫລືອ.
ສ່ວນເຈົ້າໜ້າທີ່ຂອງຮາມັດລະບຸວ່າ: ທາງກຸ່ມປະຕິເສດແຮງກົດດັນ ແລະ ການສໍ້ໂກງຂອງອິດສະລາແອນ.
ທັງນີ້, ອິດສະລາແອນຈະເລີ່ມດໍາເນີນຕາມແຜນຢຶດຄອງກາຊາດັ່ງກ່າວ ພາຍຫລັງປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ຢ້ຽມຢາມຕາເວັນອອກກາງໃນອາທິດໜ້າ ເພື່ອເປີດໂອກາດສໍາລັບການເຈລະຈາຂໍ້ຕົກລົງແລກປ່ຽນຕົວປະກັນ.
ອ້າງອີງ: