IMF ຫລຸດຜ່ອນການຄາດຄະເນ ການເຕີບໃຫຍ່ເສດຖະກິດອັງກິດ

- imfhadubaotangtruongkinhteanh jzsn - IMF ຫລຸດຜ່ອນການຄາດຄະເນ ການເຕີບໃຫຍ່ເສດຖະກິດອັງກິດ
- kitchen vibe - IMF ຫລຸດຜ່ອນການຄາດຄະເນ ການເຕີບໃຫຍ່ເສດຖະກິດອັງກິດ

ການ​ເຕີບ​ໃຫຍ່​ຊັກ​ຊ້າຂອງ​ພື້ນຖານ​ເສດຖະກິດ​ອັງກິດ​ອາດ​ຈະ​ໄດ້​ປັບປຸງ ຖ້າ​ຫາກ​ປະ​ເທດ​ນີ້​ບັນລຸ​ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ຢ່າງ​ຕັ້ງໜ້າ​ກັບ​ສະຫະພາບ​ເອີຣົບ (EU) ກ່ຽວ​ກັບ​ເລື່ອງ​ຖອນ​ອອກ​ຈາກ​ຊາຍ​ຄາ​ລວມ​ເອີຣົບ (Brexit).

ວັນ​ທີ 20 ທັນວາ​ນີ້, ທ່ານນາງ ຄຣິດຕິນ ລາກ​ັດ ຜູ້ອຳນວຍການ​ກອງ​ທຶນ​ເງິນຕາ​ສາກົນ (IMF) ລະບຸ​ວ່າ: ການ​ເຕີບ​ໃຫຍ່​ເສດຖະກິດ​ອັງກິດ​ພວມ​ຊັກ​ຊ້າ ຍ້ອນ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຂອງ​ຂໍ້​ຕົກລົງ​ຖອນ​ອອກ​ຈາກ EU. ​ໃນ​ຂະນະ​ນັ້ນ ບັນດາ​ການ​ຜັນ​ແປ​ໃນ​ວິວັດ​ການ​ເຈລະຈາ​ເລື່ອງ​ອັງກິດ​ຖອນ​ອອກ​ຈາກ EU (Brexit) ສະ​ແດງ​ໃຫ້​ເຫັນ​ສະພາບ​ການ​ບໍ່​ແນ່ນອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, IMF ຖື​ວ່າ​ຖ້າ​ຫາກ​ອັງກິດ ​ແລະ EU ບັນລຸ​ຂໍ້​ຕົກລົງ​ຫລຸດຜ່ອນ​ຮົ້ວກີດຂວາງ​ດ້ານ​ພາສີ ​ແລະ ປອດ​ພາສີ​ລົງ​ຢູ່​ໃນ​ລະດັບ​ຕໍ່າ​ສຸດ, ຮັບປະກັນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສາມາດ​ສຳຜັດ​ກັບ​ແຮງ​ງານ ​ເຊິ່ງ​ສິ່ງ​ດັ່ງກ່າວ​ຈະ​ຊຸກຍູ້​ການ​ເຕີບ​ໃຫຍ່. ຕາມ​ບົດ​ລາຍ​ງານ​ຫລ້າ​ສຸດ, IMF ​ໄດ້​ຫລຸດຜ່ອນ​ການ​ເຕີບ​ໃຫຍ່​ເສດຖະກິດ​ຂອງ​ອັງກິດ​ໃນ​ປີ​ນີ້ ລົງ​ເຫລືອ​ພຽງ 1,6% ຈາກ​ລະດັບ 1,7% ຕາມ​ການ​ຄາດ​ຄະ​ເນ​ໃນ​ເດືອນ​ຕຸລາ​ຜ່ານ​ມາ. ​ໃນ​ຂະນະ​ນັ້ນ IMF ຍັງ​ຄົງ​ຮັກສາ​ລະດັບ​ການ​ຄາດ​ຄະ​ເນ​ການ​ເຕີບ​ໃຫຍ່ 1,5% GDP ຂອງ​ອັງກິດ ​ໃນ​ປີ 2018.

- Visit Laos Visit SALANA BOUTIQUE HOTEL - IMF ຫລຸດຜ່ອນການຄາດຄະເນ ການເຕີບໃຫຍ່ເສດຖະກິດອັງກິດ
- 5 - IMF ຫລຸດຜ່ອນການຄາດຄະເນ ການເຕີບໃຫຍ່ເສດຖະກິດອັງກິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!