ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ

- 26197981 1882401155403770 2394003873623302877 o - ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ
- kitchen vibe - ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ

ງານບຸນປະເພນີເສົາຫລັກເມືອງສິບເຜົ່າຂອງແຂວງເຊ ກອງ ແລະ ເປີດປີທ່ອງທ່ຽວ 2018. ໄດ້ຈັດຂຶ້ນຢ່າງຄຶກຄື້ນ ໃນວັນທີ 31 ທັນວາ 2017, ໂດຍການ ໃຫ້ກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດຂອງ ທ່ານ ສອນໄຊ ສີພັນດອນ ຮອງ ນາຍົກລັດຖະມົນຕີ, ປະທານ ຄະນະຊີ້ນຳການຈັດງານປີທ່ອງ ທ່ຽວລາວ, ເພື່ອເປັນສີລິມຸງຄຸນ ໃຫ້ແກ່ງານດັ່ງກ່າວ.
ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງໄດ້ມີຄຳປາ ໃສໃນງານວ່າ: ງານບຸນປະເພນີ ແລະ ການເປີດປີທ່ອງທ່ຽວດັ່ງ ກ່າວມັນມີຄວາມໝາຍສຳຄັນ ຍິ່ງ ເຊິ່ງເປີດຂຶ້ນພ້ອມໆກັບການ ເຫລີມສະຫລອງປີໃໝ່ 2018 ນອກຈາກການສ້າງບັນຍາ ກາດເບີກບານມ່ວນຊື່ນເພື່ອ ຕ້ອນຮັບປີທ່ອງທ່ຽວລາວ ແລ້ວ, ຍັງເປັນການສົ່ງເສີມ ແລະ ອານຸລັກຮັກສາບຸນປະ ເພນີອັນດີງາມຂອງເຜົ່າ ຕ່າງໆ ໃນທ້ອງຖິ່ນອີກດ້ວຍ. ເຊິ່ງ ໃນງານໄດ້ຈັດໃຫ້ມີການ ວາງສະແດງຮູບພາບ ແລະ ທ່າແຮງຂອງການທ່ອງທ່ຽວ ໃນແຂວງເຊກອງ, ງານຕະ ຫລາດນັດ, ຂະບວນການສະ ແດງສີລະປະວັນນະຄະດີ ຂອງບັນດາເຜົ່າ ແລະ ງານ ບຸນປະເພນີຊ່ວງເຮືອຂອງ ທ້ອງຖິ່ນອີກດ້ວຍ. ນອກຈາກ ແນໃສ່ດຶງດູດການທ່ອງທ່ຽວ ແລ້ວຍັງເປັນໂອກາດກະຕຸກຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມແຂວງເຊກອງ ເຕີບໃຫຍ່ເຂັ້ມແຂງ ແລະ ເປີດ ກວ້າງການພົວພັນຮ່ວມມື ກັບພາຍນອກໃຫ້ນັບມື້ກວ້າງ ຂວາງ ແລະ ມີປະສິດທິຜົນ.

- grff - ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ

- Visit Laos Visit SALANA BOUTIQUE HOTEL - ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ

+ ນະຄອນຫລວງກຽມສະຫລອງປີໃໝ່ 2018 ແລະ ຖືໂອກາດນີ້ເປີດປີທ່ອງທ່ຽວ

+ ກະລຶມວາງແຜນການເຄື່ອນໄຫວໃນໂອກາດເປີດປີທ່ອງທ່ຽວລາວ 2018

ທ່ານ ເຈົ້າແຂວງເວົ້າວ່າ: ແຂວງເຊກອງເປັນແຂວງໜຶ່ງ ທີ່ມີທ່າແຮງດ້ານການພັດ ທະນາການທ່ອງທ່ຽວ, ໂດຍ ສະ ເພາະແມ່ນການທ່ອງທ່ຽວ ທາງທຳມະຊາດ ແລະ ວັດ ທະນະທຳອັນຫລາກຫລາຍ ຂອງ ເຜົ່າຕ່າງໆ, ເຊິ່ງຄາດວ່າ ສະເພາະປີທ່ອງທ່ຽວລາວນີ້ ແຂວງເຊກອງຈະສາມາດດຶງ ດູດນັກທ່ອງທ່ຽວເຂົ້າມາທ່ຽວ ຊົມແຂວງຂອງຕົນໃຫ້ໄດ້ ຫລາຍກວ່າ 50 ພັນຄົນ ແລະ ຮອດປີ 2020 ຈະດຶງດູດຜູ້ມາ ທ່ຽວເພີ່ມເປັນ 82 ພັນເທື່ອຄົນ ແລະ ກໍນຳລາຍຮັບມາສູ່ທ້ອງ ຖິ່ນບໍ່ຕ່ຳກວ່າ 16 ລ້ານກວ່າ ໂດລາສະຫະລັດ.

- 26060470 1882401232070429 2784578925189124769 o - ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ

- frgf14 - ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ

- 777 - ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ

- 26197981 1882401155403770 2394003873623302877 o - ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ

- 3 - ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!