ກະຊວງອຸດສາຫະກຳ ແລະ ການຄ້າມອບໃບຢັ້ງຢືນໃຫ້ຜູ້ສຳເລັດການຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ


ໃນວັນທີ 29 ທັນວາຜ່ານ ມາ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ປິດຊຸດຝຶກອົບ ຮົມທິດສະດີການເມືອງ-ການ ປົກຄອງ ໄລຍະ 45 ວັນຊຸດທີ 5, ຢູ່ທີ່ສູນການຝຶກອົບຮົມ ວິທະ ຍາໄລການຄ້າ ແລະ ໄດ້ມອບ ໃບຢັ້ງຢືນໃຫ້ຜູ້ສໍາເລັດການ ຝຶກອົບຮົມດັ່ງກ່າວ, ໂດຍທ່ານ ນາງ ເຂັມມະນີ ພົນເສນາ ລັດ ຖະມົນຕີກະຊວງອຸດສາຫະ ກຳ ແລະ ການຄ້າ, ທ່ານ ຜູ້ຮັກ ສາການຫົວໜ້າກົມຈັດຕັ້ງພະ ນັກງານໃຫ້ຮູ້ວ່າ: ການຝຶກອົບ ຮົມທິດສະດີການ ເມືອງ-ການ ປົກຄອງໄລຍະສັ້ນຊຸດນີ້ ໄດ້ເລີ່ມ ມາແຕ່ ວັນທີ 30 ຕຸລາ 2017, ເຊິ່ງມີຜູ້ເຂົ້າອົບຮົມທັງໝົດ 48 ສະຫາຍ, ຍິງ 18 ສະຫາຍ, ເພື່ອແນ່ໃສ່ຍົກລະດັບຄວາມ ຮູ້, ຄວາມເຂົ້າໃຈຕໍ່ແນວທາງ ການເມືອງຂອງພັກໃນໄລຍະ ໃໝ່ ແລະ ເພື່ອປັບປຸງທັດສະ ນະຫຼັກໝັ້ນການເມືອງ, ຄຸນ ສົມບັດສິນທຳປະຕິບັດ, ເຊີດຊູ ຄວາມເຊື້ອໝັ້ນຕໍ່ການນຳຂອງ ພັກ ແລະ ການຄຸ້ມຄອງຂອງ ລັດ, ເຊື່ອໝັ້ນຕໍ່ອຸດົມການ ແລະ ຈຸດໝາຍຂອງພັກເຮົາຢ່າງ ຕາຍໃຈ. ນອກຈາກການສຶກ ສາຮໍ່າຮຽນທິດສະດີແລ້ວນັກ ສໍາມະນາກອນ ຍັງໄດ້ແລກ ປ່ຽນບົດຮຽນຕົວຈິງ ຢູ່ສະຖາ ບັນການເມືອງ ແລະ ການປົກ ຄອງແຫ່ງຊາດ, ຫໍພິພິຕະພັນ ໄກສອນພົມວິຫານ ແລະ ເຄື່ອນໄຫວກິດຈະກຳຕ່າງໆ.


+ ມອບ-ຮັບສູນຝຶກອົບຮົມເກັບກູ້ລະເບີດ ຂອງຂວັນຈາກລັດຖະບານຍີ່ປຸ່ນ
+ ສໍາເລັດການເຝຶກອົບຮົມວິທີການສືບສວນ-ສອບສວນຄະດີຄ້າມະນຸດ
ໃນໂອກາດນີ້ທ່ານ ລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ໃຫ້ທິດຊີ້ ນຳວ່າ: ຈົ່ງພ້ອມກັນນຳເອົາ ຄວາມຮູ້ທີ່ໄດ້ຈາກການຝຶກ ອົບຮົມເທື່ອນີ້ ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກ ງານ ຕົວຈິງໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິພາບສູງ, ໂດຍ ສະເພາະພະນັກງານຫຼັກແຫຼ່ງ ຜູ້ສືບທອດຕ້ອງໄດ້ມີຄວາມ ພະຍາຍາມ ແລະ ເອົາໃຈໃສ່ ໃນການຄົ້ນຄວ້າບັນດາເນື້ອ ໃນເອກະສານການເມືອງ, ເຊື່ອມຊຶມ ແລະ ກຳແໜ້ນແນວ ທາງນະໂຍບາຍຂອງພັກ ເພື່ອ ປະກອບສ່ວນເຂົ້າໃນພາລະ ກິດສ້າງສາ ແລະພັດທະນາປະ ເທດຊາດໃຫ້ຮັ່ງມີເຂັ້ມແຂງ.

