ຊຽງຂວາງເລີ່ມພັດທະນາພູກູດຈອມເຫລັກເປັນແຫລ່ງທ່ອງທ່ຽວປະຫວັດສາດ


ແຫລ່ງຂ່າວ ຂປລ ລາຍງານວ່າ:ນັບແຕ່ຕົ້ນປີ 2017 ມານີ້, ແຂວງຊຽງຂວາງໄດ້ ສຳເລັດການປັບປຸງກໍ່ສ້າງເສັ້ນທາງປູຢາງຈາກສຳນັກ ເມືອງພູກູດໄປເຖິງພູກູດຈອມ ເຫລັກ-ວິລະຊົນ, ເຊິ່ງມີ ຄວາມ ຍາວ 7 ກິໂລແມັດເພື່ອອຳ ນວຍຄວາມສະດວກໃຫ້ປະ ຊາຊົນ, ນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ໄດ້ໄປ ທ່ຽວຊົມຮ່ອງຮອຍປະຫວັດ ສາດ ແຫ່ງສົງຄາມທຳລາຍ ໃນໄລຍະການຕໍ່ສູ້ຕ້ານຈັກ ກະພັດຜູ້ຮຸກຮານ, ພ້ອມໄດ້ກະ ກຽມ ແລະ ວາງແຜນພັດ ທະນາ ສິ່ງອຳນວຍຄວາມສະ ດວກອື່ນໆ ເປັນຕົ້ນທາງຍ່າງຂຶ້ນສູ່ຈອມພູກູດ, ສະຖານທີ່ ຊັກກາລະບູຊາເພື່ອລະນຶກເຖິງ ຄຸນງາມຄວາມດີ ຂອງ ນັກຮົບ ວິລະຊົນ, ຈຸດຊົມວິວ, ການບູລະ ນະຮູອຸມົງ, ນັບທັງປ້າຍແນະ ນຳເຫດການປະຫວັດສາດ ແລະ ອື່ນໆ ເພື່ອໃຫ້ນັກທ່ອງ ທ່ຽວໄດ້ຊົມທິວທັດທຳມະຊາດ ຮ່ອງຮອຍປະຫວັດສາດ ແລະ ວິລະກຳອັນລ້ຳເລີດຂອງນັກ ຮົບປະຕິວັດລາວ ໃນການປົກປັກຮັກສາເຂດນ້ຳແດນດິນ ຂອງຕົນພູກູດຈອມເຫລັກ- ວິລະຊົນ ຕັ້ງຢູ່ຫ່າງຈາກເທ ສະບານ ເມືອງແປກ ແຂວງ ຊຽງຂວາງ ປະມານ 50 ກິໂລ ແມັດ, ມີຄວາມສູງຈາກລະດັບ ນ້ຳທະເລ 1.463 ແມັດ.


+ ປີທ່ອງທ່ຽວລາວ 2018 ອຸດົມໄຊຄາດໝາຍດຶງດູດນັກທ່ອງທ່ຽວ 3-4 ແສນຄົນ
+ ແຂວງເຊກອງເປີດປີທ່ອງທ່ຽວພ້ອມກັບບຸນປະເພນີເສົາຫລັກເມືອງສິບເຜົ່າ
ອີງຕາມການບອກເລົ່າ ຂອງເຖົ້າແກ່ທ້ອງຖິ່ນໃຫ້ຮູ້ວ່າ: ເມື່ອກ່ອນພູກູດ ມີຊື່ວ່າ “ ພູ ດອຍ ກາງເມືອງ” ທິດຕາເວັນຕົກ ຕິດກັບ ເມືອງສຸຍ, ທິດຕາເວັນ ອອກ ຕິດກັບເມືອງເຄິງ. ກ່ອນປີ 1353 ມີທ້າວພະຍາຫົວໃຫຍ່ ໄດ້ມາຕັ້ງຖິ່ນຖານໃນບໍລິເວນນີ້, ໂດຍເອົາພູດອຍກາງເມືອງ ເປັນ ບ່ອນລ້ຽງສັດປະເພດກະທິງ ເຂົາແດງ, ກວາງເຂົາ 9 ຍອດ ແລະ ໝູທອງຄຳ. ໃນມື້ໜຶ່ງ ມີ ນາຍພານລ່າສັດ ຊື່ ທ້າວກູດ ໄດ້ລັກຂ້າໂຕກະທິງຂອງທ້າວ ພະຍາຫົວໃຫຍ່, ເຊິ່ງລູກຂອງພະ ຍາຫົວໃຫຍ່ ໄດ້ພົບເຫັນຈຶ່ງລາຍ ງານພໍ່ ແລະ ເອີ້ນຊາວບ້ານ ໄລ່ຈັບ ທັງເອົາຫອກເອົາແຫລມ ແທງນາຍພານກູດຈົນຕາຍ ແລ້ວພາກັນຝັງໄວ້ຢູ່ດອຍກາງ ເມືອງ, ຈາກນັ້ນຈຶ່ງປ່ຽນຊື່ ເອີ້ນ ພູກູດຈົນເຖິງທຸກວັນນີ້. ໃນໄລ ຍະຕໍ່ສູ້ປົດປ່ອຍທົ່ງໄຫຫີນ ຊຽງຂວາງ ປີ 1964-1969 ພວກ ໂຈນອາກາດຈັກກະພັດ ອາເມລິກາ ໄດ້ຖິ້ມລະເບີດທຳ ລາຍພູກູດຢ່າງໜັກໜ່ວງ ເພາະເປັນປະຕູຢູ່ທິດຕາເວັນ ອອກສ່ຽງເໜືອເພື່ອບຸກຢຶດ ເອົາທົ່ງໄຫຫີນ, ແຕ່ຝ່າຍກຳ ລັງປະຕິວັດກໍໄດ້ເສີມກຳລັງ ຂຶ້ນໄປເພື່ອຮັກສາພູກູດ ແລະ ພູໜ່ວຍອື່ນໆ ໃນບໍລິເວນ ນັ້ນບໍ່ຍອມໃຫ້ສັດຕູຢຶດ ຄອງໄດ້ເຮັດໃຫ້ສັດຕູຖືກ ປັດເຂ່ຍອອກຈາກວົງສູ້ຮົບ ຍ້ອນທະຫານ ກອງພັນ13 ໄດ້ປະກາດວ່າ ຍອມເສຍສະ ຫລະຊີວິດແຕ່ບໍ່ຍອມເສຍ ພູກູດຢ່າງເດັດຂາດ.
ມາຮອດປັດຈຸບັນ, ພັກ- ລັດຖະບານ ແລະ ປະຊາຊົນ ລາວກໍຄື ຊາວແຂວງ ຊຽງ ຂວາງ ໄດ້ມີຄວາມອາໄລ ອາ ວອນຢ່າງຊຸດຊຶ້ງ ແລະ ຮູ້ບຸນ ຄຸນຂອງນັກຮົບວິລະຊົນ ທີ່ ເສຍສະຫລະຊີວິດປົກປ້ອງ ເອົາເຂດທີ່ໝັ້ນແຫ່ງນີ້ໄວ້ໄດ້ ຢ່າງສະຫງ່າຜ່າເຜີຍ. ໃນຕໍ່ ໜ້າພູກູດຈອມເຫລັກແຫ່ງ ນີ້, ຈະກາຍເປັນແຫລ່ງທ່ອງ ທ່ຽວປະຫວັດສາດທີ່ສຳຄັນຂອງເມືອງພູກູດແຂວງຊຽງຂວາງ ປະກອບສ່ວນເຂົ້າໃນ ການພັດທະນາ ແຂວງໃຫ້ຈະ ເລີນກ້າວໜ້າ. ປີທ່ອງທ່ຽວ 2018 ນີ້, ທ່ານໃດໄປຮອດ ແຂວງຊຽງຂວາງ ພິລະອາດ ຫານແລ້ວຢ່າລືມແວ່ສຳພັດ ກັບພູກູດຈອມເຫລັກນີ້ດ້ວຍ .

