ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ

ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ - 7969 - ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ
ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ - kitchen vibe - ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ

ແຫລ່ງຂ່າວ ຂປລ ລາຍ ງານວ່າ: ພາຍຫລັງຂະແໜງ ກ່ຽວຂ້ອງໄດ້ສຳເລັດກອງປະຊຸມລະດັບຊາດຮັບຮອງເອກະ ສານຄຳຮ້ອງ ແລະ ແຜນແມ່ ບົດຄຸ້ມຄອງປົກປັກຮັກສາ ແຫລ່ງມໍລະດົກໄຫຫີນ ຢູ່ແຂວງ ຊຽງຂວາງ ເຂົ້າບັນຊີເປັນມໍ ລະດົກໂລກແຫ່ງທີ 3 ເມື່ອບໍ່ ດົນມານີ້, ຄະນະວິຊາການຈາກ ກົມມໍລະດົກກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍການຮ່ວມມື ຈາກອົງການປົກຄອງແຂວງ ຊຽງຂວາງ ຈະສືບຕໍ່ວາງແຜນ ອານຸລັກແຫລ່ງມໍລະດົກໄຫ ຫີນ ຢູ່ 11 ແຫ່ງ ໃຫ້ເປັນລະ ບົບຄົບຊຸດ ແລະ ສາມາດຮັບ ໃຊ້ການທ່ອງທ່ຽວໄດ້ເປັນ ຢ່າງດີ.

ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ - 7968 - ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ

ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ - Visit Laos Visit SALANA BOUTIQUE HOTEL - ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ

+ ແຂວງບໍ່ແກ້ວຈັດງານບຸນປະເພນີບັນດາເຜົ່າຕ້ອນຮັບປີທ່ອງທ່ຽວລາວ

+ ແຂວງຫົວພັນຂຶ້ນບັນຊີແຫລ່ງທ່ອງທ່ຽວໄດ້ 152 ແຫ່ງ ເພື່ອປີທ່ອງທ່ຽວລາວ

ທ່ານ ບໍ່ແສງຄຳ ວົງດາ ລາ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຢ້ຳໃຫ້ຄະ ນະຮັບຜິດຊອບ ເລັ່ງສ້າງສິ່ງ ອຳນວຍຄວາມສະດວກ ເຂົ້າ ເຖິງສະຖານທີ່ແຫລ່ງມໍລະ ດົກດັ່ງກ່າວ, ລວມທັງສູນສະ ໜອງຂໍ້ມູນ-ຂ່າວສານ ຢູ່ແຕ່ ລະແຫລ່ງໃຫ້ຄົບຖ້ວນ, ສ້າງ ຈຸດຊົມວິວທິວທັດ, ສະຖານທີ່ ຈອດລົດ, ຈຸດຂາຍເຄື່ອງທີ່ ລະນຶກ, ຮ້ານກິນດື່ມ, ຫ້ອງນ້ຳ ແລະ ອື່ນໆ ເພື່ອບໍລິການນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມເພິ່ງ ພໍໃຈ. ພ້ອມນັ້ນ, ໃຫ້ມີການປະ ສານສົມທົບແໜ້ນກັບພາກ ສ່ວນກ່ຽວຂ້ອງພິຈາລະນາ ກົນໄກຄຸ້ມຄອງລາຍຮັບ- ລາຍ ຈ່າຍຈາກແຫລ່ງ ມໍລະດົກໄຫ ຫີນໃຫ້ເປັນລະບົບ, ພ້ອມທັງ ສຶກສາຄວາມເປັນໄປໄດ້ໃນ ການສ້າງກອງທຶນອານຸລັກ ມໍລະດົກໄຫຫີນ ຫລື ກອງມໍ ລະດົກຂັ້ນແຂວງ ເພື່ອເປັນ ແຫລ່ງທຶນບູລະນະຮັກສາມໍ ລະດົກວັດທະນະທຳແຫ່ງນີ້ ໃຫ້ຍືນຍົງຕະ ຫລອດໄປ.
ປັດຈຸບັນ ແຂວງຊຽງ ຂວາງມີແຫລ່ງທ່ອງທ່ຽວ ທີ່ ເປີດບໍລິການແລ້ວ 42 ແຫ່ງ, ເປັນແຫລ່ງທ່ອງທ່ຽວທຳມະຊາດ 12 ແຫ່ງ, ປະຫວັດສາດ 12 ແຫ່ງ ແລະ ວັດທະນະທຳ 18 ແຫ່ງ. 9 ເດືອນປີ 2017 ຜ່ານມາ, ມີນັກທ່ອງທ່ຽວ ເຂົ້າມາທ່ຽວຢູ່ແຂວງຊຽງ ຂວາງຫລາຍກວ່າ 82 ພັນ ເທື່ອຄົນ, ມີລາຍຮັບທັງກົງ ແລະ ທາງອ້ອມ 6,8 ລ້ານໂດ ລາສະຫະລັດ. ປັດຈຸບັນທົ່ວ ແຂວງ ຊຽງຂວາງ ມີໂຮງ ແຮມ 14 ແຫ່ງ, ເຮືອນພັກ 99 ແຫ່ງ, ຮ້ານອາຫານ ແລະ ຮ້ານກິນດື່ມ 176 ແຫ່ງ, ມີບໍ ລິສັດນຳທ່ຽວ 9 ບໍລິສັດ.

ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ - 7969 - ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ

 

ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ - 4 - ລາວສືບຕໍ່ອານຸລັກແຫລ່ງມໍລະດົກໄຫຫີນ 11 ແຫ່ງຮັບໃຊ້ການທ່ອງທ່ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!