ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80%

ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80% - 26992680 976091772567755 7697201873695406561 n - ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80%
ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80% - kitchen vibe - ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80%

ການລາຍງານຂອງ ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະ ແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດໃຫ້ຮູ້ ວ່າ: ປີນີ້ຊາວນາ ຊາວກະສິກອນ ພາຍໃນເມືອງໄຊບູລີຫັນມາທຳ ການຜະລິດລະດູແລ້ງຫລາຍ ຂຶ້ນເປັນຕົ້ນກໍແມ່ນການປູກເຂົ້າ ນາແຊງ ແລະ ພືດຜັກຕ່າງໆ ແລະ ເຫັນໄດ້ວ່າຜົນຜະລິດຂອງ ເຂົາເຈົ້າມີທ່ວງທ່າດີຂຶ້ນເມື່ອ ທຽບກັບປີຜ່ານມາຄືມາຮອດ ປັດຈຸບັນປັກດຳເຂົ້ານາແຊງສຳ ເລັດແລ້ວ 80 ກວ່າສ່ວນຮ້ອຍ ຂອງຈຳນວນເນື້ອທີ່ນາແຊງທັງ ໝົດ 8.500 ເຮັກຕາ, ໃນນີ້ມີນາ ຫວ່ານກວມ80%ແລະ ນາດຳມີ 20% ຄາດວ່າຈະໃຫ້ສຳເລັດ ໃນທ້າຍເດືອນມັງກອນນີ້. ໂດຍໄດ້ຮັບການຊຸກຍູ້ສົ່ງເສີມ ຈາກວິຊາການຂະແໜງປູກ ຝັງ ແລະ ຫ້ອງການກະສິ ກຳ- ປ່າໄມ້ເມືອງ, ໃນການບົວ ລະບັດຮັກສາການໃສ່ຝຸ່ນ ທຳມະຊາດທີ່ຫາໄດ້ງ່າຍ ໂດຍ ໃຫ້ຫລຸດຜ່ອນ ແລະ ຫລີກ ເວັ້ນການນຳໃຊ້ສານເຄມີ ເຂົ້າໃນການຈຳກັດ ສັດຕູພືດ ແລະ ຫຍ້າ.

ໄປພ້ອມໆກັນນັ້ນຊາວກະ ສິກອນ ເມືອງໄຊບູລີຍັງມີ ຄວາມຫ້າວຫັນປູກພືດຜັກ ຕ່າງໆ ໄດ້ 2.000 ກວ່າເຮັກ ຕາ, ໃນນີ້ມີສາລີ, ໝາກຖົ່ວ ຍາວ, ໝາກແຕງ, ໝາກ ເລັ່ນ, ອ້ອຍ, ໝາກເຜັດ ແລະ ພືດຜັກຕ່າງໆ ເຊິ່ງຜົນຜະ ລິດຂອງເຂົາເຈົ້າ ແມ່ນໄດ້ ນຳສົ່ງໄປຂາຍທີ່ຕະຫລາດ ພາຍໃນຕົວເມືອງໄກສອນ ພົມວິຫານ, ຕະຫລາດ ເມືອງ ໜອງບົກ ແລະ ຕະຫລາດ ຂອງປະເທດໃກ້ຄຽງ.

ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80% - Visit Laos Visit SALANA BOUTIQUE HOTEL - ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80%

ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80% - 26962389 976091769234422 5797504563798373854 o 1024x683 - ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80%

+ ເມືອງທ່າປາງທອງມີແຜນຜະລິດເຂົ້ານາແຊງ 300 ເຮັກຕາ

+ ເປີດໂຄງການລ້ຽງສັດ, ປູກຝັງ ແລະ ການປະມົງ ພູພຽງນາກາຍ

ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80% - 3 - ເມືອງໄຊບູລີປັກດຳນາແຊງສຳເລັດຫລາຍກວ່າ 80%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!