ມອບ-ຮັບ ແລະ ເປີດນໍາໃຊ້ຂົວຂ້າມນໍ້າຂອງຊະນະຄາມ-ປາກລາຍ
January 31, 2018 - 7:02 PM


ພິທີມອບ-ຮັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງນາສັກເມືອງປາກລາຍແຂວງໄຊຍະບູລີ ແລະ ຄົກເຂົ້າດໍເມືອງຊະນະຄາມແຂວງວຽງຈັນ, ໄດ້ມີຂຶ້ນໃນວັນທີ 29 ມັງກອນນີ້, ໂດຍການເຂົ້າຮ່ວມຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານຮອງເຈົ້າແຂວງວຽງຈັນເຂົ້າຮ່ວມນໍ້າດ້ວຍ.
ພິທີດັ່ງກ່າວ, ໄດ້ມີການເຊັນບົດບັນທຶກມອບ-ຮັບລະຫວ່າງເຈົ້າຂອງໂຄງການ, ທີ່ປຶກສາ ແບະ ຜູ້ຮັບເໝົາ, ໂດຍຊ້ອງໜ້າລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະ.