ເທສະການອາຫານ ແລະ ສະໝຸນໄມໄທໄດ້ຮັບຄວາມສົນໃຈຈາກສັງຄົມ

ງານເທສະການອາຫານ ແລະ ຢາສະໝູນໄພໄທ “Taste Thai 2018” ໄດ້ ຈັດຂຶ້ນເປັນຄັ້ງທຳອິດໃນວັນທີ 2-4 ກຸມພານີ້, ທີ່ຫ້າງຊັບພະ ສີນຄ້າວິວມໍນະຄອນຫລວງ ວຽງຈັນ, ເຊິ່ງພາຍໃນ ງານໄດ້ ມີນັກທ່ອງທ່ຽວ ແລະ ມວນຊົນ ຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມຊົມ ແລະ ຈັບຈ່າຍ ຊື້ສີນຄ້າເປັນຈໍານວນຫລາຍ, ໂດຍມີຜູ້ປະກອບການ, ຜູ້ຜະ ລິດ ແລະ ການບໍລິການສີນຄ້າ ປະເພດອາຫານ ແລະ ຜະລິດ ຕະພັນທີ່ມີຄຸນນະພາບຈາກ ລາວ ແລະ ໄທຫລາຍກວ່າ 60 ຫົວໜ່ວຍເຂົ້າຮ່ວມ. ນອກນີ້ ຍັງມີການສະແດງດົນຕີ ແລະ ສີລະປະວັດທະນາທໍາ, ການ ສາທິດປຸງແຕ່ງອາຫານ, ການເຜີຍແຜ່ຄວາມຮູ້ດ້ານສະ ໝູນໄພ ແລະ ກິດຈະກໍາແຈກ ລາງວັນອື່ນໆດ້ວຍບັນຍາກາດ ຄືກຄື້ນ.
+ ເທດສະການອາຫານລາວ 2018 ຈັດຂຶ້ນຢ່າງຟົດຟື້ນຕ້ອນຮັບປີທ່ອງທ່ຽວລາວ
+ ເປີດງານເທດສະການອາຫານ ແລະ ການທ່ອງທ່ຽວມາເລເຊຍ 2017 ທີ່ ສປປ ລາວ
ທ່ານອັກຄະລາຊາທູູດ ທີ່ປຶກສາຝ່າຍການຄ້າສໍານັກ ງານສົ່ງເສີມການຄ້າໃນ ຕ່າງ ປະເທດສະຖານເອກອັກຄະ ລາຊະທູດແຫ່ງລາຊະອານາ ຈັກໄທປະຈໍາລາວ ນາງ ຍານີ ສີມິໄຊ ກ່າວວ່າ: ການຈັດງານ ຄັ້ງນີ້, ເປັນແຜນງານໜຶ່ງທີ່ ລັດຖະບານໄທໄດ້ໃຫ້ຄວາມ ສໍາຄັນ, ເພື່ອເປັນການໂຄສະ ນາປະຊາສໍາພັນສີນຄ້າອາຫານ ແລະ ສະໝຸນໄພໄທໃນ ການ ຮັກສາສຸຂະພາບໂດຍບໍ່ໃຊ້ ສານເຄມີໃຫ້ປະຊາຊົນລາວ ໄດ້ຮູ້ຈັກຫລາຍຂຶ້ນ, ທັງເປັນ ການຊຸກຍູ້ສົ່ງເສີມການສ້າງ ເຄືອຂ່າຍຂະຫຍາຍຕະຫລາດ ໃຫ້ກວ້າງຂວາງ, ການແລກ ປ່ຽນບົດຮຽນ ແລະ ສົ່ງເສີມ ການຮ່ວມມືທາງທຸລະກິດລະ ຫວ່າງຜູ້ປະກອບໄທ ແລະ ລາວ ໃຫ້ນັບມື້ຫລາຍຂຶ້ນ.