ລາວ-ຈີນ ຕົກລົງຮ່ວມມືສ້າງນະວັດຕະກຳບໍລິການດ້ານຂໍ້ມູນ-ຂ່າວສານ

ສຳນັກຂ່າວສານປະເທດລາວ, ບໍລິສັດຫົວເຫວີຍ ເຕັກໂນໂລຊີ ຈຳກັດຜູ້ດຽວ ປະຈຳລາວ ແລະ ບໍລິສັດດາວທຽມ ລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມື ແລະ ສະໜັບສະໜູນ ວິໄສທັດຍາວໄກ ເຮັດໃຫ້ສຳນັກຂ່າວສານປະເທດລາວ(ຂປລ) ເປັນແຜນຜັງ ດ້ານນະວັດຕະກຳການບໍລິການ ດ້ານສື່ຂໍ້ມູນ-ຂ່າວສານ ຢ່າງເປັນທາງການ ສຳລັບຊ່ອງທາງການສື່ສານ, ການຮັບຂໍ້ມູນຂ່າວສານແບບເຄື່ອນທີ່ ແລະ ການເຊື່ອມຕໍ່ກັບອຸປະກອນທີ່ສາມາດຮັບສັນ ຍານ. ພ້ອມທັງເຮັດໃຫ້ນະຄອນຫລວງວຽງຈັນ ເປັນເມືອງນໍາໜ້າທີ່ ໄດ້ນຳໃຊ້ນະວັດຕະກຳນີ້ ໃນການເຊື່ອມຕໍ່ສື່ມວນຊົນຢ່າງເຕັມຮູບແບບ. ພິທີລົງນາມດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 3 ກຸມພາ ນີ້ ທີ່ ນະຄອນຫລວງວຽງຈັນ, ລະຫວ່າງ ທ່ານ ສູນທອນ ຄັນທະວົງ ຫົວໜ້າອຳນວຍໃຫຍ່ສຳນັກຂ່າວສານປະເທດລາວ, ທ່ານ ວາງຊີ ຜູ້ຕາງໜ້າບໍລິສັດຫົວເຫວີຍ ເຕັກໂນໂລຊີ ຈຳກັດຜູ້ດຽວ ປະຈຳລາວ ແລະ ທ່ານ ຕິງ ຢອງປິງ ຜູ້ຈັດການທົ່ວໄປ ບໍລິສັດດາວທຽມ ລາວ ເອເຊຍ-ປາຊີຟິກ ຈຳກັດ. ສຳນັກຂ່າວສານປະເທດລາວ ໄດ້ຕົກລົງໃຫ້ບໍລິສັດຫົວເຫວີຍ ເຕັກໂນໂລຊີ ຈຳກັດຜູ້ດຽວ ປະຈຳລາວ ແລະ ບໍລິສັດດາວທຽມ ລາວ ເອເຊຍ-ປາຊີຟິກ ຈຳກັດ ສຶກສາສຳຫລວດຄວາມເປັນໄປໄດ້ ເພື່ອສ້າງແຜນຫລັກ ແລະ ການອອກແບບ ເພື່ອສ້າງ ຂປລ ໃຫ້ເປັນໄປຕາມແຜນຜັງວິໄສທັດດ້ານ Omni Media; ສ້າງຕັ້ງແຜນຜັງການຜະລິດສື່ທີ່ຫລາກຫລາຍ ໃຫ້ແກ່ ຂປລ ທີ່ນຳເອົາຂໍ້ມູນ ແລະ ເຕັກໂນໂລຊີການສື່ສານ ເພື່ອປະກອບເຂົ້າໃນການລວບລວມຄລິບຂ່າວ, ໂປຣແກມຕັດແຕ່ງວີດີໂອ ແລະ ການປະຕິ ບັດງານເຜີຍແຜ່ຂໍ້ມູນ ເພື່ອຮອງຮັບຂ່າວສານທີ່ເປັນທາງການ ແລະ ການນຳໃຊ້ ວີດີໂອ Omni Media. ທັງສອງບໍລິສັດ ຍັງຈະໄດ້ສ້າງສິ່ງຮອງຮັບດ້ານໂຄງລ່າງພື້ນຖານ ໄອຊີທີ ໃນການຜະລິດຂ່າວໃຫ້ແກ່ສຳນັກ ຂປລ ໂດຍຄຳນຶງເຖິງການເຮັດວຽກແບບອັດຕະໂນມັດຂອງສຳນັກງານໃນຍຸກໃໝ່, ທັງຊຸກຍູ້ການແລກປ່ຽນດ້ານເນື້ອໃນຂ່າວ, ການລາຍງານຂ່າວ ແລະ ຄລິບວີດີໂອ ໃນທົ່ວປະເທດ; ພ້ອມນັ້ນ ຍັງຕ້ອງຮອງຮັບການແບ່ງປັນສື່ ແລະ ການແລກປ່ຽນຄູ່ມື ເຮັດໃຫ້ສຳນັກ ຂປລ ສາມາດແບ່ງປັນ ແລະ ແລກປ່ຽນເນື້ອໃນຂ່າວ, ຄລິບວີດີໂອ ແລະ ໂປຣແກມກັບໜ່ວຍງານທີ່ຢູ່ໃນລາວ ແລະ ສປ ຈີນ ໄດ້ຢ່າງມີປະສິດທິພາບ ເຊັ່ນ: ໂທລະພາບແຫ່ງຊາດ, ສຳນັກຂ່າວຊິນຮວາ ສປ ຈີນ, ບໍລິສັດດາວທຽມ ລາວ ເອເຊຍ-ປາຊີຟິກ ຈຳກັດ ແລະ ໂທລະພາບລາວ ດີຈີຕອນ.
+ລາວ-ຈີນ ລົງນາມສັນຍາຮ່ວມມືຫລາຍສະບັບໃນໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ