ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ

ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ - g4dp5ysj - ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ
ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ - kitchen vibe - ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ

ອາ​ເມ​ລິ​ກາ ​ແລະ ຣັດ​ເຊຍ ​ຕອບ​ໂຕ້​ກັນ​ໄປມາ​ໃນ​ກອງ​ປະຊຸມ UNSC ກ່ຽວ​ກັບ​ສະຖານະ​ການ​ໃຊ້​ອາວຸດ​ເຄມີ​ໃນ​ຊີຣີ ທີ່​ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ສິບ​ຄົນ​ໃນ​ໄລຍະ​ຫລາຍ​ອາທິດ​ຜ່ານ​ມາ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນ​ນິວຢອກ ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 5 ກຸມພາ​ວ່າ: ທ່ານ​ນາງ ນິກກີ ​ເຮ​ລີ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ UN ກ່າວ​ຕໍ່​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ (UNSC) ​ໃນ​ວັນ​ທີ 5 ກຸມພາ ຮຽກຮ້ອງ​ໃຫ້​ມີ​ການ​ຮັບຮອງ​ຮ່າງ​ມະຕິ​ທີ່​ລັດຖະບານ​ວໍ​ຊິງ​ຕັນ​ເປັນ​ຜູ້​ສະ​ເໜີ ​ໃຫ້​ປະນາມ “ຢ່າງ​ຮຸນ​ແຮງ​ທີ່​ສຸດ” ຕໍ່​ການ​ທີ່​ກອງທັບ​ຊີຣີ​ໃຊ້​ອາວຸດ​ເຄມີ​ເຂັ່ນຂ້າ​ປະຊາຊົນ​ໃນ​ເມືອງ​ດູ​ມາ ທາງ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນຫລວງ​ດາ​ມັດ​ກັດ ​ໃນ​ວັນ​ທີ 1 ກຸມພາ ​ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍ​ຊີວິດຫລາຍ​ກວ່າ 20 ຄົນ ອີກ​ທັງ​ກ່ອນ​ໜ້າ​ນັ້ນ ກອງທັບ​ຊີຣີຍັງ​ໃຊ້​ແກັສຄໍຣີນບໍ່​ໜ້ອຍ​ກວ່າ 3 ຄັ້ງ ​ໂຈມ​ຕີ​ພົນລະ​ເຮືອນ​ໃນ​ເຂດ​ກູ​ຕາ​ຕາ​ເວັນ​ອອກ ຊານ​ນະຄອນຫລວງ​ດາ​ມັດ​ກັດ​ນຳ​ອີກ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ວາສຊິ​ລີ ​ເນ​ເບ​ນ​ເຊຍ ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ​ປະຈຳ UN ກ່າວ​ຕອບ​ໂຕ້​ຂໍ້​ກ່າວ​ຫາ​ຂອງ​ອາ​ເມ​ລິ​ກາ​ວ່າ: “ບໍ່​ມີ​ຫລັກ​ຖານ” ​ແລະ ​ເປັນ​ອີກ​ຄັ້ງທີ່​ອາ​ເມ​ລິ​ກາ ​ແລະ ພັນທະ​ມິດ​ໃຊ້ “​ໂຄສະນາ​ຊວນ​ເຊື່ອ” ​ເພື່ອ​ກ່າວ​ໂທດ​ປະທານາທິບໍດີ ບາ​ຊາ ອານ ອັດ​ຊັດ ​ໃນ​ເລື່ອງ​ນີ້ ​ແລະ ​ໄດ້​ສະ​ເໜີ​ຮ່າງ​ມະຕິ​ໃໝ່​ເຂົ້າສູ່​ການ​ພິຈາລະນາ​ຂອງ​ກອງ​ປະຊຸມ ວ່າການ​ປະນາມ​ການ​​ໃຊ້​ອາວຸດ​ເຄມີ​ໃນ​ຊີຣີຄວນ​ອ້າງ​ອີງ​ຈາກ “ຫລັກ​ຖານ​ທີ່​ເຊື່ອ​ຖື​ໄດ້” ​ແລະ ຜົນ​ການກວດ​ສອບ​ໂດຍ “ຜູ້​ຊ່ຽວຊານ”. ທັງ​ນີ້ UNSC ​ເຄີຍ​ປະຊຸມ​ເລື່ອງ​ສະຖານະ​ການ​ການ​ໃຊ້​ອາວຸດ​ເຄມີ​ໃນ​ຊີຣີ 2 ຄັ້ງ ​ໃນ​ເດືອນ​ພະຈິກ​ປີຜ່ານມາ ​ແລະ ຣັດ​ເຊຍ ​ເຊິ່ງ​ເປັນ​ສະມາຊິກ​ຖາວອນ​ໃຊ້​ອຳນາດ​ຕອບ​ໂຕ້​​ເຮັດ​ໃຫ້​ຮ່າງ​ມະຕິ​ຕົກ​ທີ່​ສະ​ເໜີ​ໂດຍ​ອາ​ເມ​ລິ​ກາ​ຕົກ​ໄປ​ທັງ​ສອງ​ຄັ້ງ.

ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ - 5 - ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ
ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ - 4 - ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ
ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ - 3 - ຣັດເຊຍຕອບໂຕ້ອາເມລິກາບໍ່ມີຫລັກຖານ ເລື່ອງອາວຸດເຄມີໃນຊີຣີ