2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%

2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66% - IMGL2548 - 2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%
2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66% - kitchen vibe - 2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%

ຫົວໜ້າພະແນກການເງິນແຂວງບໍ່ແກ້ວ ລາຍງານໃຫ້ຮູ້ ວ່າ ປີ 2017 ຜ່ານມາແຂວງ ຂອງຕົນສາມາດປະຕິບັດການ ຈັດເກັບລາຍຮັບໄດ້ 300 ຕື້ ກວ່າກີບລື່ນແຜນການປີ ວາງ ໄວ້12,66% ໃນນັ້ນ, ລາຍຮັບ ພູດສູນກາງປະຕິບັດໄດ້ 203 ຕື້ ກີບ ແລະ ລາຍຮັບທ້ອງຖິ່ນປະ ຕິບັດໄດ້ 96 ຕື້ກີບ.

2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66% - IMGL2421 1024x841 - 2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%

2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66% - Visit Laos Visit SALANA BOUTIQUE HOTEL - 2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%
2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66% - Visit Laos Visit SALANA BOUTIQUE HOTEL - 2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%

+ ເຈົ້າແຂວງເຊກອງເນັ້ນໃຫ້ຂະແໜງກ່ຽວຂ້ອງເອົາໃຈໃສ່ ເກັບລາຍຮັບໃຫ້ບັນລຸແຜນ

+ ປີໃໝ່ແຂວງໄຊຍະບູລີວາງຄາດໝາຍຈັດເກັບລາຍຮັບເພີ່ມຂຶ້ນກວ່າ 26%

ສຳລັບການຈັດຕັ້ງປະຕິ ບັດແຜນການງົບປະມານ ປີ 2018ນີ້ ແຂວງບໍ່ແກ້ວ ໄດ້ວາງ ຄາດມາຍໄວ້ວ່າ: ລາຍຮັບພູດ ສູນກາງໃຫ້ໄດ້ 229 ຕື້ກວ່າ ກີບ, ໃນນັ້ນມີລາຍຮັບຈາກ ສ່ວຍສາອາກອນ, ພາສີ (ດ່ານສາກົນດ່ານທ້ອງຖິ່ນ ແລະ ດ່ານປະເພນີ), ຄຸ້ມ ຄອງວິສາຫະກິດລັດລົງ ທຶນ ແລະ ປະກັນໄພ, ສ່ວນ ດ້ານລາຍຮັບຂອງ ແຂວງ ໃຫ້ໄດ້ 101 ຕື້ກວ່າກີບ. ໃນ ນັ້ນ, ມີສ່ວຍສາອາກອນ, ຄຸ້ມຄອງຊັບສິນຂອງລັດ ແລະ ເພື່ອບັນລຸຄາດໝາຍ ດັ່ງກ່າວການເງິນ ແຂວງ ຕ້ອງໄດ້ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ- ແນວຄິດໃຫ້ພະນັກງານກຳ ແໜ້ນ ແລະ ເຊື່ອມຊືມແນວ ທາງນະໂຍບາຍຂອງພັກ, ບັນດານິຕິກໍາຕ່າງໆ ແລະ ຕິດພັນກັບການປັບປຸງການ ຈັດຕັ້ງໃຫ້ມີ ຄວາມເຂັ້ມແຂງ, ຈັດວາງບຸກຄະລາກອນທີ່ ມີຄວາມຮູ້ໃຫ້ສົມຄູ່ກັບຄວາມ ສາມາດ, ຄວາມຮັບຜິດຊອບ ຂອງແຕ່ ລະຂະແໜງການ ແລະ ສອດຄ່ອງກັບພາລະບົດບາດ, ຂອບເຂດສິດໜ້າທີ່ ແລະ ເພີ່ມ ທະວີເຂັ້ມງວດປະຕິບັດບັນດາ ນິຕິກຳຕ່າງໆ ຂອງກະຊວງ ການເງິນ, ເຂັ້ມງວດການຄຸ້ມ ຄອງທາງດ້ານລາຍຮັບ-ລາຍ ຈ່າຍ, ປະຕິບັດວິໄນ ທາງດ້ານ ການເງິນພ້ອມ 10 ຂໍ້ຫ້າມ ແລະ ວິໄນຂອງພະນັກງານ – ລັດຖະ ກອນຂະແໜງການເງິນໃຫ້ ເຂັ້ມງວດ.

2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66% - IMGL2244 - 2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%

ດ້ານວິຊາສະເພາະການ ຈັດເກັບລາຍຮັບເຂົ້າງົບປະມານ ຕ້ອງກຳແໜ້ນຖານລາຍຮັບ, ເຂັ້ມງວດການປະຕິບັດຄຳສັ່ງ ເລກທີ 40/ນຍ, ຫັນການຄຸ້ມ ຄອງ ລາຍຮັບ-ລາຍຈ່າຍໄປ ສູ່ ລະບົບທັນສະໄໝ, ສຳລັບຂະ ແໜງພາສີໃຫ້ສືບຕໍ່ປະຕິບັດ ມາດຕະການຕ່າງໆ, ເຂັ້ມ ງວດການນຳເຂົ້າ-ສົ່ງອອກ ສິນຄ້າ, ສືບຕໍ່ຊອກຫາທ່າ ແຮງບົ່ມຊ້ອນຂອງແຕ່ລະ ທ້ອງຖິ່ນເພື່ອຈັດເກັບລາຍ ຮັບເຂົ້າງົບປະມານໃຫ້ນັບ ມື້ເພີ່ມຂຶ້ນ, ສ່ວນວຽກງານ ລາຍຈ່າຍໃຫ້ພະແນກການ ທີ່ກ່ຽວຂ້ອງປະສານສົມທົບ ກັນຢ່າງລະອຽດນັບແຕ່ຂັ້ນ ສູນການ, ຕະຫລອດຮອດ ຂັ້ນທ້ອງຖິ່ນ ແລະ ອື່ນໆ./.

2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66% - 3 - 2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%
2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66% - 4 - 2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%
2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66% - 5 - 2017 ແຂວງບໍ່ແກ້ວເກັບລາຍຮັບເກີນແຜນ 12,66%