ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມ “ການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ພາຍໃຕ້ແນວຄວາມຄິດໜຶ່ງແລວທາງ ໜຶ່ງເສັ້ນທາງ” ເມື່ອທ້າຍອາທິດຜ່ານມານີ້, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າມີທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທ່ານ ຊົ້ງຊາວຈື່ ຮອງຫົວໜ້າກົມແຜນທີ່ຂໍ້ມູນພູມສາດ ປະທານສະມາຄົມຂໍ້ມູນແຜນທີ່ພູມສາດແຫ່ງສປຈີນ ທ່ານນາງ ພູຄຳ ວົງວິຈິດ ປະທານບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ມີບັນດາຄະນະກົມກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກົມແຜນທີ່ແຫ່ງຊາດລາວ ກະຊວງພາຍໃນເຂົ້ຮ່ວມ.
ທ່ານ ແກ້ວນະຄອນ ໄຊສຸລຽນ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທາງດ້ານຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕາມຍຸດທະສາດ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ພ້ອມທັງເປັນການຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງປະເທດລາວ-ຈີນ ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ລາຍງານກ່ຽວກັບຜົນສຳເລັດຂອງບາງວຽກງານ ວຽກງານທີ່ພວມດຳເນີນ ແລະ ແຜນການຮ່ວມມືໃນຕໍ່ໜ້າລະຫວ່າງກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ກັບບໍລິສັດ ສະເປັກໄອລາວ ພ້ອມທັງການຮ່ວມມືລະຫວ່າງກົມແຜນທີ່ແຫ່ງຊາດລາວ ກະຊວງພາຍໃນກັບບໍລິສັດສະເປັກໄອລາວ.
ປີ 2018 ແມ່ນເປັນປີທອ່ງທ່ຽວລາວ ຄາດຄະເນຈະມີນັກທ່ອງທ່ຽວປະມານ 5 ລ້ານຄົນຫຼັ່ງໄຫຼເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີພາລະບົດບາດໃນການນໍາເອົາວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝລະດັບສາກົນເຂົ້າມາພັດທະນາວຽກງານວິທະຍາ ສາດ ແລະ ເຕັກໂນໂລຊີໃຫ້ແກ່ ສປປ ລາວ ໃນນັ້ນເຕັກໂນໂລຊີແຜນທີ່ນໍາພາທາງກໍ່ເປັນວຽກງານໜື່ງທີ່ສໍາຄັນໃນການພັດທະນາຂະແໜງການທ່ອງທ່ຽວຂອງ ສປປ ລາວ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວໄດ້ຮ່ວມມືກັບ ບໍລິສັດ ສະເປັກໄອລາວ ໃນການສ້າງແອັບພລິເຄຊັນ Nav-Laos (ແຜນທີ່ດິຈິຕ໋ອນນໍາພາທາງ) ແລະ ແອັບພລິເຄຊັນ Amazing Laos (ແຜນທີ່ດິຈິຕ໋ອນທ່ອງທ່ຽວ) ເພື່ອບໍລິການຮັບໃຊ້ປີທອ່ງທ່ຽວຂອງ ສປປ ລາວ ພ້ອມທັງເປັນການສະໜອງການບໍລິການຮັບໃຊ້ປະຊາຊົນລາວ ແລະ ແຂກຕ່າງປະເທດ ເຊິ່ງທັງສອງແອັບພລິເຄຊັນດັ່ງກ່າວຈະໄດ້ມີການເປີດຕົວ ແລະ ສາທິດການນຳໃຊ້ພາຍໃນງານກອງປະຊຸມຄັ້ງນີ້ອີກດ້ວຍ.
ກອງປະຊຸມຄັ້ງນີ້ ມັນສະແດງເຖິງການໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການຮ່ວມມືປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວ ການຮ່ວມມືການລົງທຶນກັບຕ່າງປະເທດໄດ້ຮັບການເປີດກວ້າງ ດຶງດູດໄດ້ການທ່ອງທ່ຽວເຂົ້າມາປະເທດເຮົາໃຫ້ຫຼາຍຂຶ້ນ ສາມາດລົບລ້າງຄວາມທຸກຫຍາກຂອງປະຊາຊົນໄດ້ໃນປີ 2020 ໃຫ້ປາກົດຜົນເປັນຈິງ ນັ້ນພັກລັດຖະບານເຮົາຍາມໃດກໍ່ໄດ້ເອົາໃຈໃສ່ຕໍ່ພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.
ຕອນທ້າຍຂອງກອງປະຊຸມ ຍັງມີພິທີເຊັນສັນຍາລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ກັບບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ຈຳນວນ 3 ສະບັບຄື:ສັນຍາຮ່ວມມື ທາງດ້ານ ເຕັກໂນໂລຊີດາວທຽມສືບຢັ່ງທາງໄກ ສັນຍາຮ່ວມມືດ້ານແຜນທີ່ນຳພາທາງ ແລະ ສັນ ຍາຮ່ວມມືດ້ານການຄົ້ນຄວ້າ ພັດທະນາ ແລະ ປະກອບສ້າງຍົນບໍ່ມີຄົນຂັບ ໂດຍເຂົ້າຮ່ວມເປັນສັກຂີພີ ຍານຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມທັງ ຮອງລັດຖະມົນຕີ ແລະ ແຂກ ທີ່ຖືກເຊີນເຂົ້າຮ່ວມ.