ນວ ເຂັ້ມງວດກວດກາການນຳໃຊ້ເຄື່ອງ POS ແລະ CRS ນຳຫົວໜ່ວຍທຸລະກິດ

ເມື່ອບໍ່ດົນນີ້ເຈົ້າຫນ້າທີ່ຈາກພະແນກສ່ວຍສາອາກອນນະ ຄອນຫລວງວຽງຈັນ ໄດ້ລົງຊຸກ ຍູ້ຕິດຕາມລະບົບການຕິດຕັ້ງ ແລະ ເຊື່ອມຕໍ່ຂໍ້ມູນບັນທຶກການ ຂາຍ (POS) ແລະ ການບໍລິ ການ (CRS) ຢູ່ບັນດາຫົວ ໜ່ວຍທຸລະກິດທີ່ໄດ້ຮັບການ ຕິດຕັ້ງໃນ 5 ເມືອງຂອງນະຄອນ ຫລວງວຽງຈັນ.
+ ສະຫວັນນະເຂດເອົາໃຈໃສ່ກວດກາຫົວສີດນ້ຳມັນເຊື້ອໄຟ
+ ຮອງນາຍົກເນັ້ນໃຫ້ທຸກຂະແໜງການເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມງວດກວ່າເກົ່າ
ເພື່ອຕິດຕາມບັນດາຫົວ ໜ່ວຍທຸລະກິດທີ່ໄດ້ມີການຕິດ ຕັ້ງລະບົບດັ່ງກ່າວໃນການຂາຍ ສິນຄ້າ ແລະ ບໍລິການ ແລະ ການ ນໍາໃຊ້ໃບເກັບເງິນຢູ່ຈຸດຂາຍທີ່ມີການ ຕິດຕັ້ງໄປແລ້ວວ່າມີການນໍາ ໃຊ້ເປັນປົກກະຕິ ຫລື ບໍ່ ແລະ ເພື່ອ ແນະນໍາການນໍາໃຊ້ລະບົບ, ກວດ ກາຂໍ້ມູນການຂາຍ, ການອອກ ໃບເກັບເງິນ, ການຄິດໄລ່ອາກອນ ມູນຄ່າເພີ່ມສົ້ນເຂົ້າແບບກໍານົດ ແລະ ບັນດາຄວາມສ່ຽງລວມທັງ ຄວາມບົກຜ່ອງຂອງລະບົບທີ່ ອາດມາຈາກສາເຫດການຖອດໄຟ, ການຖອດສາຍສັນຍານ, ການດັດແປງອຸປະກອນເຊື່ອມຕໍ່ ຫລືການຂາຍທີ່ບໍ່ອອກໃບບິນ ເກັບເງິນເປັນຕົ້ນ.
ປັດຈຸບັນໄດ້ມີການຕິດຕັ້ງ ແລະ ເຊື່ອມຕໍ່ລະບົບດັ່ງກ່າວແລ້ວ ໃນ 5 ເມືອງຄື ຈັນທະບູລີ, ໄຊເສດ ຖາ, ສີໂຄດຕະບອງ, ສີສັດຕະ ນາກ ແລະ ໄຊທານີ ລວມມີທັງ ຫມົດ 510 ເຄື່ອງ ແລະ ຍັງຈະ ສືບຕໍ່ຂະຫຍາຍໄປເລື້ອຍໆ ເພື່ອ ເຮັດໃຫ້ການຈັດເກັບລາຍຮັບ ສ່ວຍສາອາກອນສາມາດບັນລຸ ໄດ້ຕາມແຜນການ.
ອີງຕາມການລົງກວດກາ ໃນຄັ້ງນີ້, ແມ່ນໄດ້ແບ່ງການລົງ ກວດກາຂັ້ນຫົວໜ່ວຍທຸລະກິດ ນະຄອນຫລວງຄຸ້ມຄອງ, ຂັ້ນ ເມືອງຄຸ້ມຄອງ ແລະ ລົງກວດກາ ເປັນ 3 ໄລຍະ, ຜ່ານການລົງ ກວດກາຕົວຈິງນຳບາງຫົວໜ່ວຍ ທຸລະກິດເຫັນວ່າມີຫລາຍປັດໄຈທີ່ເຮັດໃຫ້ການເຊື່ອມຕໍ່ລະບົບບໍ່ ສາມາດໃຊ້ງານຕາມທີ່ວາງໄວ້ ໄດ້ເປັນຕົ້ນແມ່ນການເຊື່ອມຕໍ່ລະ ບົບມີບັນຫາ, ເຄື່ອງຄອມພິວເຕີ ທີ່ຫົວໜ່ວຍທຸລະກິດໃຊ້ນັ້ນບໍ່ສາ ມາດຮອງຮັບລະບົບດັ່ງກ່າວໄດ້, ການນໍາໃຊ້ກໍ້ເຈ້ຍທີ່ອອກໃບບິນ ຍັງມີລັກສະນະຊະຊາຍ, ບາງ ຮ້ານຕິດຕັ້ງແລ້ວກໍ່ບໍ່ໃຊ້ງານ ດັ່ງ ນີ້ເປັນຕົ້ນຕໍ່ບັນຫາດັ່ງກ່າວ, ໄດ້ມີ ການແນະນໍາວິທີການໃຊ້ງານ ລະບົບດັ່ງກ່າວໃຫ້ແກ່ບັນດາຫົວໜ່ວຍທຸລະກິດໃຫ້ມີຄວາມເຂົ້າ ໃຈໃນການໃຊ້ງານ ແລະ ນໍາໃຊ້ ເຈ້ຍໃບບິນທີ່ທາງຂະແໜງສ່ວຍອາກອນເປັນຜູ້ອອກໃຫ້ ແລະ ສໍາລັບຫົວຫນ່ວຍທຸລະກິດໃດທີ່ມີການຕິດຕັ້ງແລ້ວແຕ່ບໍ່ນໍາໃຊ້ກໍໄດ້ມີການເຮັດບົດບັນທຶກ ແລະ ກ່າວ ເຕືອນ ແລະ ຖ້າຫົວໜ່ວຍທຸລະກິດ ໃດບໍ່ນໍາໃຊ້ແມ່ນຈະໄດ້ມີການດໍາເນີນມາດຕະການຕາມລະບຽບກົດໝາຍ.