ຫລາຍປັດໄຈ! ພາໃຫ້ການເກັບລາຍຮັບດ່ານພາສີສົມຫວັງບໍ່ໄດ້ຕາມແຜນການ

ດ່ານພາສີທ້ອງຖິ່ນ ສົມ ຫວັງ ຕັ້ງຢູ່ເມືອງສົບເບົາ ແຂວງ ຫົວພັນ ຊຶ່ງຂຶ້ນກັບດ່ານພາສີ ສາກົນນໍ້າໂສຍ ມີຊາຍແດນຕິດ ຈອດກັບດ່ານແຕ່ນຕັນ ເມືອງ ລາດ ແຂວງແທັງຮ່ວາ ສສ ຫວຽດນາມ.
+ ພາສີຈະດໍາເນີນຫລາຍມາດຕະການກະຕຸ້ນລາຍຮັບໃຫ້ໄດ້ຫລາຍກວ່າເກົ່າ
+ ເຊກອງກຽມເປີດດ່ານສາກົນສູ່ຫວຽດນາມກະຕຸ້ນການຄ້າການລົງທຶນ
ທ່ານ ອຸ້ຍ ຈັນທະພອນ ຫົວ ໜ້າດ່ານດັ່ງກ່າວ ໃຫ້ຮູ້ວ່າ: ໃນ ປີ 2017 ດ່ານພາສີທ້ອງຖິ່ນສົມ ຫວັງ ບໍ່ສາມາດເກັບລາຍຮັບເຂົ້າ ງົບປະມານໄດ້ຕາມເປົ້າໝາຍ ທີ່ ວາງໄວ້, ເນື່ອງ ຈາກວ່າມີການ ກຳນົດໃຫ້ແຍກປະເພດສິນຄ້າ ໃນການເຂົ້າ ອອກຜ່ານດ່ານເຊັ່ນ: ປະເພດ ເຄື່ອງ ກໍ່ສ້າງແມ່ນໃຫ້ນຳ ເຂົ້າ ຜ່ານດ່ານພາສີສາກົນ ແລະ ສີນຄ້າບາງຊະນິດທີ່ບໍ່ໄດ້ກຳນົດ ໄວ້ໃນບົດແນະນຳຈຶ່ງໄດ້ຜ່ານ ດ່ານທ້ອງຖິ່ນ ແລະ ນີ້ກໍ່ເປັນ ສາເຫດຫລັກທີ່ເຮັດ ໃຫ້ການ ຈັດເກັບລາຍຮັບບໍ່ໄດ້ຕາມແຜນ ການປີທີ່ໄດ້ຮັບມອບໝາຍໃຫ້ ແມ່ນ 1,4 ຕື້ກີບ, ແຕ່ຜ່ານການ ຈັດຕັ້ງປະຕິບັດຕົວຈິງໄດ້ພຽງ 628 ລ້ານກີບເທົ່າກັບ 57,12% ຂອງແຜນການປີອີກຢ່າງໜຶ່ງ ເຫັນວ່າ: ຫົວພັນເປັນແຂວງ ນ້ອຍ, ເສັ້ນທາງການໄປມາຍັງ ບໍ່ທັນເອື້ອອຳນວຍເທົ່າທີ່ຄວນ, ການຂົນສົ່ງສິນຄ້າຍັງບໍ່ທັນ ຫລາຍ, ບັນດາຫົວໜ່ວຍທຸລະ ກິດຂົນ ສົ່ງສິນຄ້າຜ່ານດ່ານຍັງ ມີໜ້ອຍ, ສະເລ່ຍວັນໜຶ່ງມີພຽງ 1 ຄັນລົດເທົ່ານັ້ນ ທີ່ຜ່ານດ່ານ, ການກວດກາສິນຄ້າບາງຊະນິດ ຍັງບໍ່ສາມາດໄດ້ ທັນຕາມກຳ ນົດເວລາ.
ຢ່າງໃດກໍຕາມເຖິງແມ່ນ ວ່າການຈັດເກັບລາຍຮັບຂອງ ດ່ານພາສີທ້ອງຖິ່ນສົມຫວັງ ບໍ່ໄດ້ຕາມແຜນການ, ແຕ່ໃນ ສົກປີສົກປີ 2018 ແມ່ນໄດ້ຮັບ ການມອບໝາຍໃຫ້ຈັດເກັບ ລາຍຮັບ ເຂົ້າງົບປະມານ 750 ລ້ານກີບ. ສະນັ້ນ, ເພື່ອເຮັດໃຫ້ ການເກັບລາຍຮັບດັ່ງກ່າວໄດ້ ບັນລຸຕາມແຜນການທີ່ວາງ ໄວ້ຈະເອົາໃຈໃສ່ໃນການ ກວດ ກາຄຸ້ມຄອງ, ສິນຄ້ານຳເຂົ້າ- ສົ່ງອອກໃຫ້ຖືກຕ້ອງຕາມລະ ບຽບກົດໝາຍ, ຈັດເກັບພາ ສີ-ອາກອນ ແລະ ພັນທະອື່ນໆ ຖືກຕ້ອງຕາມລະບຽບກົດໝາຍ, ກຳນົດໄວ້./.