ໂຮງຮຽນ 10 ແຫ່ງຂອງເມືອງສີສັດຕະນາກເປັນໂຮງຮຽນປອດຢາເສບຕິດ


ພິທີປະກາດໂຮງຮຽນ 10 ແຫ່ງ ຂອງເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ, ເປັນ ໂຮງຮຽນປອດສິ່ງເສບຕິດ, ໄດ້ມີຂຶ້ນໃນວັນທີ 13 ມີນານີ້, ທີ່ໂຮງຮຽນ ມັດທະຍົມສຶກສາ ຕອນຕົ້ນຮາກແກ້ວ, ໂດຍການ ເຂົ້າຮ່ວມຂອງ ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກ ສຶກສາທິການ ແລະ ກິລານະ ຄອນຫຼວງວຽງຈັນ, ມີຮອງ ເຈົ້າເມືອງສີສັດຕະນາກ, ຫົວ ໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງ ປ້ອງກັນຄວາມສະຫງົບ ແລະ ຜູ້ອໍານວຍການພ້ອມນັກຮຽນ- ນັກສຶກສາບັນດາໂຮງຮຽນດັ່ງ ກ່າວເຂົ້າຮ່ວມຈໍານວນຫຼາຍ.
ຜູ້ຕາງໜ້າອໍານວຍການ ໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມຕອນຕົ້ນຮາກ ແກ້ວ, ໄດ້ລາຍງານການເຄື່ອນ ໄຫວວຽກງານຕ້ານສິ່ງເສບ ຕິດໃນໂຮງຮຽນຂອງຕົນໄດ້ ເລີ່ມຈັດຕັ້ງປະຕິບັດມາແຕ່ວັນ ທີ 3-12 ທັນວາ 2017, ໂດຍ ຂະແໜງພະລະ-ສິລະປະພະ ແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ໄດ້ສົມ ທົບກັບຫ້ອງການສຶກສາທິ ການ ແລະ ກິລາເມືອງໄດ້ລົງ ເກັບກໍາ ແລະ ຕີລາຄາຜົນ ເຊິ່ງ ເຫັນວ່າມີ ຄວາມສະຫງົບດີ, ບໍ່ມີປະກົດການຫຍໍ້ທໍ້ດັ່ງກ່າວ ເກີດຂຶ້ນ, ພະນັກງານຄູ-ອາ ຈານ ແລະ ນ້ອງນັກຮຽນທຸກ ຄົນພາຍໃນໂຮງຮຽນບໍ່ຫຍຸ້ງ ກ່ຽວກັບຢາເສບຕິດທຸກປະ ເພດໂດຍສາມາດປະຕິບັດຄໍາ ຂວັນ 10 ບໍ່ຄື: ບໍ່ເສບ, ບໍ່ຊື້: ບໍ່ ຂາຍ, ບໍ່ສົ່ງຕໍ່, ບໍ່ຈໍາໜ່າຍ, ບໍ່ທົດ ລອງ, ບໍ່ຊຸກເຊື່ອງ, ບໍ່ຜະລິດ, ບໍ່ໃຫ້ການຮ່ວມມື ແລະ ບໍ່ເປັນ ບ່ອນພັກເຊົາຂອງຢາເສບຕິດ. ດັ່ງນັ້ນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງ ຈັນ, ຈຶ່ງໄດ້ຕົກລົງເຫັນດີໃຫ້ຈັດ ຕັ້ງນໍາພາ ໂດຍໃຫ້ສົມທົບກັບ ອົງການຈັດຕັ້ງກ່ຽວຂ້ອງທຸກພາກສ່ວນນັບທັງຂັ້ນບ້ານ, ໂຮງຮຽນ, ຂັ້ນເມືອງ, ກົມພະ ລະສຶກສາ ແລະ ຂັ້ນນະຄອນ ຫຼວງວຽງຈັນ ໃຫ້ພ້ອມກັນ ປະຕິບັດເປັນຂະບວນການຟົດ ຟື້ນ ແລະ ຮັບປະກັນຄຸນະພາບ ແລະ ໄດ້ປະກາດໂຮງຮຽນ 10 ແຫ່ງຢູ່ເມືອງດັ່ງກ່າວ ເປັນ ໂຮງຮຽນປອດຢາເສບຕິດ ແລະ ຂຶ້ນປ້າຍຢ່າງເປັນທາງ ການ, ເຊິ່ງປະກອບມີ: ໂຮງ ຮຽນປະຖົມທົ່ງກາງ, ປະຖົມ ຈອມເພັດ, ປະຖົມ-ມັດທະຍົມ ຕອນຕົ້ນສຶກສາຮາກແກ້ວ, ປະ ຖົມທາດຂາວ, ປະຖົມດົງ ສະ ຫວາດ, ປະຖົມກຸນນະວົງ, ປະ ຖົມດອນກອຍ, ປະຖົມໂສກປ່າ ຫຼວງ, ປະຖົມສີປະເສີດ ແລະ ປະຖົມໄຊພອນສົມບູນ.
+ ປະກາດໂຮງຮຽນປະຖຳມະວົງປອດຢາເສບຕິດ
+ ໂຮງຮຽນສາຍຝົນແຂ່ງຂັນເລົ່າສິນຫ້າຕ້ານຢາເສບຕິດ ແລະ ຄາຖາເຊົາສູບຢາ