ຮ້ານອາຫານອິດຕາລີ “Villa Opera” ເປີດໃຫ້ບໍລິການແລ້ວ

- Opera - ຮ້ານອາຫານອິດຕາລີ “Villa Opera” ເປີດໃຫ້ບໍລິການແລ້ວ
- kitchen vibe - ຮ້ານອາຫານອິດຕາລີ “Villa Opera” ເປີດໃຫ້ບໍລິການແລ້ວ

ໃນວັນທີ 27 ມີນານີ້, ໄດ້ມີພິທີເປີດຮ້ານອາຫານອິດຕາລີ “Villa Opera” ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ, ມີຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີສິງກະໂປປະຈໍາລາວ, ທູດ ສ ເກົາຫຼີ ແລະ ອຸປະທູດການາດາ ເຂົ້າຮ່ວມນໍາດ້ວຍ. ຮ້ານດັ່ງກ່າວຕັ້ງຢູ່ບ້ານ ສີຖານເໜືອ ເມືອງສີໂຄດ ນະຄອນຫຼວງວຽງຈັນ (ໜ້າວັດຊຽງແວ), ເປີດໃຫ້ບໍລິການວັນຈັນ-ອາທິດ ເລີ່ມແຕ່ເວລາ 11:00-14:00 ໂມງ ແລະ ເວລາ 18:00-22:00 ໂມງ.

ທ່ານ ປີໂນ້ ຜູ້ບໍລິຫານ ແລະ ເຈົ້າຂອງຮ້ານ ແລະ ທ່ານ ອຸເດດ ສຸວັນນະວົງ ຜູ້ຮ່ວມທຶນ ໄດ້ກ່າວວ່າ: ອາຫານໃນຮ້ານເປັນອາຫານອີຕາລຽນແທ້ໆ, ອາຫານທຸກຢ່າງ ແລະ ສ່ວນປະສົມຕ່າງໆ ແມ່ນໄດ້ນໍາເຂົ້າຈາກຕ່າງປະເທດເຊັ່ນ: ປະເພດຊີ້ນ, ປາ, ພິດຊ້າ, ໄຂປາຄາເວຍ, ຫອຍ ແລະ ອື່ນໆ. ຊຶ່ງຮ້ານອາຫານດັ່ງກ່າວ ຖືວ່າເປັນອີກຮ້ານອາຫານທີ່ເປັນເອກະລັກຂອງຊາວອິດຕະລີ ແລະ ກຳລັງໄດ້ຮັບຄວາມສົນໃຈບັນດາລູກຄ້າ, ເປັນຮ້ານອາຫານທີ່ສ້າງຂຶ້ນມາເພື່ອເອົາໃຈຜູ້ທີ່ມັກຊີມ ແລະ ມັກສ້າງສັນຊຸມແຊວ ເພາະໃນຮ້ານຕົບແຕ່ງສວຍງາມ, ມີໂຊນຫ້ອງອາຫານໃຫຍ່, ຫ້ອງວີໄອພີ, ໂຊນທາງນອກ, ໂຊນພິດຊ້າ, ທາປາດ ແລະ ໂຊນບາ ແລະ ມີອາຫານຫຼາຍເມນູໃຫ້ເລືອກ ແລະ ເຄື່ອງດື່ມຫຼາກຫຼາຍຊະນິດ.

- Visit Laos Visit SALANA BOUTIQUE HOTEL - ຮ້ານອາຫານອິດຕາລີ “Villa Opera” ເປີດໃຫ້ບໍລິການແລ້ວ

ຮ້ານອາຫານອິດຕາລີ “Villa Opera” ແຕ່ກ່ອນຕັ້ງຢູ່ເຂດນໍ້າພຸ ແລະ ເປີດໃຫ້ບໍລິການມາເປັນເວລາ 25 ປີແລ້ວ. ແຕ່ປັດຈຸບັນໄດ້ຍ້າຍສະຖານທີ່ມາບ່ອນໃໝ່ ຢູ່ບ້ານ ສີຖານເໜືອ ເມືອງ ສີໂຄດ ນະຄອນຫຼວງວຽງຈັນ (ໜ້າວັດຊຽງແວ) ແລະ ໄດ້ປັບປຸງປະຍຸກໃຫ້ມີຄວາມທັນສະໄໝຂຶ້ນກວ່າເກົ່າ.

 

- 4 - ຮ້ານອາຫານອິດຕາລີ “Villa Opera” ເປີດໃຫ້ບໍລິການແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!