ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ

ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ - DSC 0255 - ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ
ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ - kitchen vibe - ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ

ທ້າຍອາທິດຜ່ານມານີ້, ພະ ແນກຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ແຂວງ ຫົວ ພັນ ໄດ້ສຳເລັດຊຸດອົບຮົມຍົກ ລະດັບຄຸນນະພາບ ຂອງການບໍລິການ ທ່ອງທ່ຽວໃຫ້ຜູ້ປະກອບ ການຕ່າງໆ ພາຍຫລັງດຳເນີນ ມາເປັນເວລາ 3 ວັນເພື່ອເລັ່ງ ໃຫ້ ພະນັກງານບໍລິການນຳທ່ຽວ ແລະ ຜູ້ປະກອບການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ມີຄຸນນະພາບດີຂຶ້ນ, ເຮັດໃຫ້ຜູ້ ມາ ທ່ຽວແຂວງຫົວພັນມີ ຄວາມ ປະທັບໃຈ ແລະ ບັນລຸແຜນກຳ ນົດໄວ້, ປະກອບສ່ວນເຂົ້າໃນ ການສ້າງວຽກເຮັດງານທຳ ຂອງປະຊາຊົນໃນທ້ອງຖິ່ນ ແລະ ສ້າງລາຍຮັບໃຫ້ແກ່ຄອບ ຄົວກ້າວໄປສູ່ການຫລຸດຜ່ອນ ຄວາມທຸກຍາກເທື່ອລະກ້າວ.

 

ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ - Visit Laos Visit SALANA BOUTIQUE HOTEL - ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ
ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ - Visit Laos Visit SALANA BOUTIQUE HOTEL - ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ

+ ຫົວພັນຈັດສຳມະນາຍົກສູງຄຸນນະພາບການເປັນເສນາທິການຮັບໃຊ້ການນຳ

+ ຮອງເຈົ້າແຂວງເຊກອງລົງສຳຫລວດແຫລ່ງທ່ອງທ່ຽວທຳມະຊາດຢູ່ເມືອງກະລຶມ

ຊຸດອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ກ່ຽວກັບການທ່ອງ ທ່ຽວ, ການຮັກສາຄຸນນະພາບ, ຄວາມສຳຄັນຂອງການບໍລິ ການ, ການເອົາໃຈໃສ່ຕໍ່ລູກຄ້າ, ທັກສະການຕ້ອນຮັບຮອຍຍິ້ມ, ການທັກທາຍ, ການໃຫ້ຂໍ້ມູນ ຂ່າວສານ, ການຕອບ-ຮັບ ໂທ ລະສັບ, ທັກສະການບໍລິການ ອາຫານ ແລະ ເຄື່ອງດື່ມ, ທັກສະ ການແກ້ໄຂບັນຫາຕ່າງໆ ໃຫ້ມີ ຄວາມຄ່ອງແຄ້ວ, ພ້ອມນັ້ນ ກໍ ໄດ້ເລັ່ງໃສ່ການດູແລ ຄວາມ ສະອາດຫ້ອງນອນ, ຄວາມ ສະດວກສະບາຍ ແລະ ຄວາມ ປອດໄພຕ່າງໆ.

ທັງໝົດນີ້ກໍເພື່ອແນໃສ່ ເຮັດໃຫ້ປີທ່ອງທ່ຽວລາວມີ ບັນຍາກາດຟົດຟື້ນ ແລະ ສາ ມາດບັນລຸຕົວເລກຄາດໝາຍວາງໄວ້ຄື: ດຶງດູດນັກທ່ອງ ທ່ຽວເຂົ້າມາໃຫ້ໄດ້ 5 ລ້ານ ເທື່ອຄົນ, ສ້າງລາຍຮັບໃຫ້ ໄດ້ 900 ລ້ານໂດລາສະຫະລັດ ໃນທົ່ວປະເທດ./.

ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ - DSC 0255 - ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ

ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ - 3 - ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ
ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ - 5 - ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ
ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ - 4 - ຫົວພັນຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວ