ຫວຽດນາມ-ອິນໂດເນເຊຍ ຫາລືແກ້ໄຂຄວາມຂັດແຍ່ງ


ຫວຽດນາມ ແລະ ອິນໂດເນເຊຍ ປະກາດຈະເຮັດວຽກຮ່ວມກັນ ເພື່ອແກ້ໄຂຄວາມຂັດແຍ່ງກ່ຽວກັບການປະມົງໃນທະເລຈີນໃຕ້, ຂະນະທີ່ 2 ປະເທດສະແຫວງຫາແນວທາງກະຕຸ້ນການຄ້າທະວີພາຄີ.
ສຳນັກຂ່າວ AP ລາຍງານຈາກນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 17 ເມສາວ່າ: ທ່ານນາງ ເຣດໂນ ມາຣຊູດີ ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ກ່າວໃນລະຫວ່າງການຖະແຫລງຂ່າວຮ່ວມກັບທ່ານ ຟາມ ບິນມິນ ລັດຖະມົນຕີຕ່າງປະເທດຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ ໃນວັນທີ 17 ເມສາວ່າ: ສອງປະເທດຈະຮັດແໜ້ນການເປັນຫຸ້ນສ່ວນ ແລະ ການຮ່ວມມື ໂດຍສະເພາະດ້ານການປະມົງ ແລະ ບັນຫາທາງທະເລອື່ນໆ.
ນັບແຕ່ປີ 2014 ອິນໂດເນເຊຍລະເບີດທຳລາຍເຮືອປະມົງຕ່າງປະເທດຫລາຍຮ້ອຍລຳ ສ່ວນຫລາຍເປັນເຮືອປະມົງຂອງຫວຽດນາມ, ຟີລິບປິນ, ມາເລເຊຍ ແລະ ໄທ ຂໍ້ຫາລຸກລ້ຳນ່ານນ້ຳຂອງອິນໂດເນເຊຍ. ລັດຖະບານປະທານາທິບໍດີ ໂຈໂກ ວິໂດໂດ ໃຊ້ມາດຕະການເດັດຂາດຕໍ່ການປະມົງຜິດກົດໝາຍ ໂດຍສ່ວນໜຶ່ງຕ້ອງການສະແດງໃຫ້ບັນດາປະເທດໃກ້ຄຽງເຫັນວ່າ ອິນໂດເນເຊຍສາມາດຄວບຄຸມດິນແດນກວ້າງໃຫຍ່ໄພສານປະມານ 170.000 ເກາະ.
ທ່ານ ຟາມ ບິນມິນ ກ່າວວ່າ: ທັງສອງປະເທດຕົກລົງສ້າງຕັ້ງກົນໄກຄວບຄຸມເບິ່ງແຍງການເຮັດປະມົງ ໃຫ້ສອດຄ່ອງກັບກົດໝາຍຂອງທັງສອງປະເທດ ແລະ ຫວຽດນາມຈະສືບຕໍ່ເພີ່ມການສຶກສາ ແລະ ຂໍ້ມູນຂ່າວສານ ເພື່ອບໍ່ໃຫ້ຊາວປະມົງຫວຽດນາມໄປລະເມີດມ່ານນ້ຳຂອງປະເທດອື່ນໆ.
ນາງ ມາຣຊູດີ ກ່າວອີກວ່າ: ການຄ້າ ແລະ ການລົງທຶນລະຫວ່າງອິນໂດເນເຊຍກັບຫວຽດນາມ ມີການພັດທະນາໄປໃນທາງບວກ ໂດຍສະເພາະຫລັງການສ້າງຕັ້ງການເປັນຫຸ້ນສ່ວນທາງຍຸດທະສາດໃນປີ 2013.
ມູນຄ່າການຄ້າທະວີພາຄີ ຫວຽດນາມ-ອິນໂດເນເຊຍ ບັນລຸ 6.800 ລ້ານໂດລາສະຫະລັດ ໃນປີ 2017 ແລະ ສອງປະເທດຕັ້ງເປົ້າໝາຍໃຫ້ຂຶ້ນສູ່ລະດັບ 10.000 ລ້ານໂດລາສະຫະລັດ ໃນປີຕໍ່ໜ້າ.