ຄາດຕະກອນຂ້າເດັກຍິງໄວ 10 ປີຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີແລ້ວ


ທ້າວ ທູນທອງ ອາຍຸ 22 ປີຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຖືກເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງກໍ່ເຫດຂົ່ມຂືນແລ້ວຂ້າເດັກນ້ອຍອາຍຸ 10 ປີ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ແລ້ວເອົາຕົວຫລົບໜີມາລີ້ຢູ່ແຂວງສະຫວັນນະເຂດ.
ທ່ານພັນໂທ ບຸນສົງ ຈັນທະວົງສັກ ຫົວໜ້າຫ້ອງຕຳຫລວດ ປກສ ແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກຜູ້ປົກຄອງຂອງເດັກຜູ້ເຄາະຮ້າຍວ່າ: ລູກສາວໄດ້ຫາຍຕົວໄປແຕ່ວັນທີ 21 ເມສາ 2018 ແລະ ມາຮອດວັນທີ 22 ເມສາ 2018 ຈຶ່ງໄດ້ພົບເຫັນສົບປະຖິ້ມຢູ່ປ່າເຂດບ້ານນາພູຄຳ ເມືອງຊະນະສົມບູນ. ຈາກນັ້ນ ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາຈຸດເກີດເຫດ ແລະ ສັນນະສູດສົບ, ພົບວ່າມີຮ່ອງຮອຍຂອງການຖືກຂົ່ມຂືນ, ພ້ອມທັງມີຮອຍຊ້ຳຫລາຍຈຸດຕາມບໍລິເວນຕົນຕົວ ແລ້ວໄດ້ຂຶ້ນເປົ້າໝາຍຕິດຕາມຜູ້ລົງມືກໍ່ເຫດ ແລະ ເວລາຕໍ່ມາກໍສາມາດຮູ້ວ່າແມ່ນທ້າວ ທູນທອງ ເປັນຜູ້ກໍ່ເຫດແລ້ວເອົາຕົວຫລົບໜີໄປລີ້ຢູ່ແຂວງສະຫວັນນະເຂດ. ດັ່ງນັ້ນ ຈຶ່ງໄດ້ພົວພັນຫາ ປກສ ແຂວງດັ່ງກ່າວຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນວັນທີ 21 ເມສາ 2018 ຕົນໄດ້ພົບເຫັນເດັກຍິງຄົນນັ້ນຍ່າງຢູ່ແຄມທາງເຂດບ້ານດັ່ງກ່າວ ຈຶ່ງເກີດມີອາລົມທາງເພດ. ຈາກນັ້ນຈຶ່ງໄດ້ໃຊ້ເລ່ລ່ຽມຕົວະເດັກນ້ອຍຄົນນັ້ນວ່າຈະໄປສົ່ງຢູ່ເຮືອນ, ຈາກນັ້ນເດັກກໍໄດ້ຂຶ້ນລົດຈັກໄປນຳຕົນ ແລະ ຂີ່ໄປຮອດໄລຍະໜຶ່ງຈຶ່ງໄດ້ຈອດລົດແລ້ວອູ້ມເດັກຍິງເຂົ້າໄປໃນປ່າເພື່ອບັງຄັບຂົ່ມຂືນຈົນສຳເລັດ, ພ້ອມທັງໄດ້ບີບຄໍໃຫ້ເສຍຊີວິດ ຈາກນັ້ນກໍຂີ່ລົດມາເອົາເຄື່ອງຢູ່ເຮືອນແລ້ວຂຶ້ນລົດເມຫລົບໜີໄປບ້ານເກີດຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ແລະ ມື້ຕໍ່ມາກໍຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.