ສິ່ງທີ່ທ່ານຕ້ອງລະວັງເມື່ອຮູ້ວ່າເລີ່ມຖືພາ

- 023004 2018 - ສິ່ງທີ່ທ່ານຕ້ອງລະວັງເມື່ອຮູ້ວ່າເລີ່ມຖືພາ
- kitchen vibe - ສິ່ງທີ່ທ່ານຕ້ອງລະວັງເມື່ອຮູ້ວ່າເລີ່ມຖືພາ

ຄວາມປ່ຽນແປງຂອງແມ່ໃນໄລຍະຖືພາ 1 ເດືອນທຳອິດນີ້ ອາດເຮັດໃຫ້ຜູ້ເປັນແມ່ຕື່ນເຕັ້ນ ກັງວົນກັບການມີລູກຢູ່ໃນທ້ອງ ບາງຄົນມີເລືອດອອກໜ້ອຍໜຶ່ງ ບໍ່ມີບັນຫາຫຍັງ ເຊິ່ງອາການຂອງຄົນຖືພາຈະເມື່ອຍງ່າຍ, ຫລັບງ່າຍ, ຍ່ຽວຕະຫລອດ, ວິນຫົວ, ປວດຮາກ, ອາຫານບໍ່ຍ່ອຍ, ໝຸດໝັດແໜ້ນທ້ອງ, ເບື່ອອາຫານ, ເໝັນທຸກສິ່ງທຸກຢ່າງ, ເບັງເຕົ້ານົມ, ອາລົມປ່ຽນແປງງ່າຍ ເປັນຕົ້ນ. ສຳລັບແມ່ຍິງຖືພາ 1 ເດືອນທຳອິດບາງຄົນກໍອາດຈະບໍ່ເກີດອາການແພ້ເຫລົ່ານີ້ໄປໝົດ.

ການປະຕິບັດໂຕໃນໄລຍະຖືພາ 1 ເດືອນທຳອິດມີຄື : ເມື່ອຮູ້ແຈ້ງແລ້ວວ່າມີລູກຢູ່ໃນທ້ອງ ແມ່ຕ້ອງເບິ່ງແຍງດູແລສຸຂະພາບຂອງໂຕເອງໃຫ້ຫລາຍຂຶ້ນ ໄລຍະຖືພາແມ່ມັກຈະອ່ອນເພຍງ່າຍ ຈຶ່ງຕ້ອງນອນຫລັບພັກຜ່ອນໃຫ້ພຽງພໍກ່ວາເກົ່າ ເພາະຮ່າງກາຍຕ້ອງເຮັດວຽກຫລາຍກ່ວາປົກກະຕິຫລາຍເທົ່າ ເພື່ອສ້າງອະໄວຍະວະ ແລະ ເນື້ອເຍື່ອຕ່າງໆໃຫ້ແກ່ລູກໃນທ້ອງສິ່ງສຳຄັນນອກຈາກການພັກຜ່ອນ ແລ້ວກໍແມ່ນອາຫານການກິນ ເຊິ່ງຄວນກິນອາຫານໃຫ້ຄົບ 5 ໝວດ, ຄວນເສີມໂຟເລດຕື່ມ, ແຕ່ຄວາມຈິງແລ້ວແມ່ທີ່ກຽມຄວາມພ້ອມສຳລັບການຖືພາຈະເສີມໂຟເລດມານັບແຕ່ກ່ອນຈະຖືພາ ໂດຍການກິນຢາບຳລຸງທີ່ທ່ານໝໍຈັດໃຫ້.

ຫລຸດຜ່ອນອາການແພ້ທ້ອງ ໂດຍການຫລີກເວັ້ນອາຫານທີ່ມີກິ່ນ ຫລື ລົດຊາດທີ່ບໍ່ມັກ, ອາຫານກິ່ນຂິວ. ນອກຈາກນີ້, ຄວນກິນອາຫານໃຫ້ຫລາຍເທື່ອຂຶ້ນກ່ວາເກົ່າ ຢ່າປ່ອຍໃຫ້ທ້ອງວ່າງດົນຈົນເກີນໄປ ເຊິ່ງຄວນມີອາຫານວ່າງໄວ້ໃກ້ໂຕສະເໝີເພື່ອສະດວກໃນການຈັບກິນ. ແນວໃດກໍຕາມ, ຫາກມີອາການແພ້ທ້ອງຮຸນແຮງຄວນໄປໂຮງໝໍຈະດີທີ່ສຸດ.

ນອກຈາກນີ້ແລ້ວການຖືພາ 1 ເດືອນທຳອິດນັ້ນຖືເປັນການຖືພາທ້ອງອ່ອນໆ ຈຶ່ງຕ້ອງລະມັດລະວັງເປັນພິເສດ ບໍ່ເຮັດວຽກໜັກຈົນເກີນໄປ, ບໍ່ຍົກຍໍສິ່ງຂອງໜັກໆ ເພາະອາດກະທົບກະເທືອນຕໍ່ລູກໃນທ້ອງໄດ້.

- 3 - ສິ່ງທີ່ທ່ານຕ້ອງລະວັງເມື່ອຮູ້ວ່າເລີ່ມຖືພາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!