ລັດ​ເຂັ້ມ​ງວດ​ກວດກາຊິງຊັ່ງ​ໃຫ້​ໄດ້​ມາດຕະຖານ

- Centre Balance - ລັດ​ເຂັ້ມ​ງວດ​ກວດກາຊິງຊັ່ງ​ໃຫ້​ໄດ້​ມາດຕະຖານ
- kitchen vibe - ລັດ​ເຂັ້ມ​ງວດ​ກວດກາຊິງຊັ່ງ​ໃຫ້​ໄດ້​ມາດຕະຖານ

​ເຈົ້າ​ໜ້າ​ທີ່​ການ​ຄ້າກຳລັງ​ເຂັ້ມ​ງວດ​ກວດກາ​ຊິງ​ຊັ່ງ​ທີ່ບໍ່​ໄດ້​ມາດຕະຖານ​ຕາມ​ທ້ອງ​ຕະຫລາດ​ໃນ​ທົ່ວ​ປະ​ເທດ, ພາຍຫລັງ​ຂໍ້ຕົກລົງສະບັບເລກທີ 0544/ກວຕ,ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອອກ​ມາ​ເມື່​ອກາງ​ປີ 2017 ກ່ຽວກັບການຄຸ້ມຄອງຊິງຊັ່ງທຸກປະເພດຢູ່ໃນ ສປປ ລາວ ເພື່ອຄຸ້ມຄອງ, ກວດທຽບ, ຈົດທະບຽນ ແລະ ກວດຄືນຊິງຊັ່ງທີ່ຜະລິດ, ນໍາເຂົ້າ, ສົ່ງອອກ, ນໍາໃຊ້ ແລະ ໃຫ້ການບໍລິການໃນ ສປປ ລາວ ​ໃຫ້​ມີ​​ຄວາມ​ໂປ່​ງ​ໃສ​, ຍຸຕິ​ທຳ ຕໍ່​ການ​ສັ່ງ​ຜ​ອງຊື້​-ຂາຍ​ຕ່າງໆ.

ຂໍ້​ຕົກລົງ​ດັ່ງກ່າວໄດ້ກໍານົດນະໂຍບາຍ, ຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການກວດທຽບ, ສອບທຽບ ແລະ ຈົດທະບຽນ ແລະ ກວດຄືນຊິງຊັ່ງທີ່ຜະລິດ, ນໍາເຂົ້າ, ສົ່ງອອກ, ນໍາໃຊ້ ແລະ ໃຫ້ການບໍລິການຢູ່ ສປປ ລາວ ໃຫ້ມີຄວາມເປັນເອກະພາບ, ບົນພື້ນຖານຄວາມຖືກຕ້ອງ, ຊັດເຈນໃນ​ການຊັ່ງມວນສານຂອງວັດຖຸ ແລະ ສິ່ງຂອງຕ່າງໆ ເພື່ອຊີ້ບອກນ້ຳໜັກເວລາຊື້, ຂາຍ, ແລກປ່ຽນສິນຄ້າ ແລະ ການບໍລິການອື່ນໆ, ເຊິ່ງມີຫົວໜ່ວຍພື້ນຖານການວັດແທກເປັນກິໂລກລາມ​ ແລະ ​ຫັນ​ສູ່ລະບຽບການຂອງພາກພື້ນ ແລະ ສາກົນ.

- Visit Laos Visit SALANA BOUTIQUE HOTEL - ລັດ​ເຂັ້ມ​ງວດ​ກວດກາຊິງຊັ່ງ​ໃຫ້​ໄດ້​ມາດຕະຖານ

ລາຍ​ງານ​ຈາກ​ເຈົ້າ​ໜ້າ​ທີ່​ການ​ຄ້ານະຄອນຫລວງ​ວຽງຈັນ ວ່າ: ​ໂດຍ​ປະຕິບັດ​ຕາມ​ເນື້ອ​ໃນ​​​ຂໍ້​ຕົກລົງ​ດັ່ງກ່າວ ກໍ​ໄດ້​ມີ​ການ​ແຕ່ງ​ຕັ້ງ​ໜ່ວຍ​ສະ​ເພາະ​ກິດຂັ້ນ​ນະຄອນຫລວງ, ຂັ້ນ​ເມືອງ ​ເພື່ອ​ຕິດຕາມ​ກວ​ດກ​າລາຄາ​ສິນ​ຄ້າ, ກວ​ດກາ​ຊິງ​ຊັ່ງ​ທີ່​ບໍ່​ໄດ້​ມາດ​ຕະຖານ​ໃນ​ທ້ອງ​ຕະຫຼລາດ ​ແລະ ​ມີ​ຊິງ​ກາງ​ຈາກ​ຄະນະ​ກຳມະການ​ໄວ້​ປະຈຳ​ຕະຫລາດ, ​ໂດຍ​ສະ​ເພາະຕະຫລາດຂົວ​ດິນ, ຫົວ​ຂົວ, ​ໂພນ​ສະຫວ່າງ, ທົ່ງ​ຂັນ​ຄຳ​ ແລະ ​ບ່ອນ​ອື່ນໆ ​ເພື່ອ​ບໍລິການ​ປະຊາຊົນ​ມາ​ຊັ່ງ​ຜອງ​ສິນຄ້າ ​ໃນ​ກໍລະນີ​ສົງ​​​ໄສ​ວ່າ​ໄດ້​ຮັບ​ເຄື່ອງ​ບໍ່​ເຕັມ​ກິ​ໂລ​ຈາກ​ຜູ້​ຂາຍ. ນອກ​ນີ້ກໍ​ໄດ້​ເອົາ​ຊິງທີ່​ຜ່ານ​ການ​ກວດກາ​ແລ້ວ​​ໃຫ້​ຊາວ​ຄ້າຂາຍ​ນຳ​ໃຊ້ ​ແລະ ​ມີ​ບາງ​ຈຳນວນ​ກໍ​ມີ​ການຝ່າ​ຝືນ​ດັດ​ແປງ​ຊິງ, ​ເຊິ່ງ​ໄດ້​ມີ​ການ​ຕັກ​ເຕືອນ ​ແລະ ​ຍຶດ​ເອົາ​ຊິງ​ນັ້ນ​ໄວ້.

ນັກ​ຂ່າວ​ໜັງ​ສື​ພິມ​ລາວ​ພັດທະນາ​ໄດ້​ລົງ​ສຳ​ຫລວດ​ໃນ​ທ້ອງ​ຕະຫລາດຍັງ​ພົບ​ເຫັນຊາວ​ຄ້າຂາຍບາງ​ຄົນ​​ມີ​ພຶດຕິ​ກຳການ​​ໂກງ​ໃນ​ເວລາຊັ່ງ​ຜອງສິນຄ້າ​, ບາງ​ຄົນມີ​ການ​ດັດ​ແປງຊິງ​ ແລະ ​ບາງ​ຄົນກໍ​ນຳ​ໃຊ້​ຊິງ​ສອງ​ຫນ່ວຍ​ຄື: ​ໃນ​ເວລາເຈົ້າ​ໜ້າ​ທີ່​​ລົງ​​ໄປ​ກວ​ດກາກໍ​ເອົາ​ຊິງບໍ່​ໄດ້​​ຕາມ​ມາດຕະຖານ​ນັ້ນ​ໄປ​ເຊື່​ອງ​ໄວ້, ​ພໍ​​ເຈົ້າ​ໜ້າ​ໜີ​​ໄປ​ແລ້ວ​ກໍ​ເອົາ​ຊິງ​ທີ່​ບໍ່​ໄດ້ມາດຕະຖານນັ້ນ​ຂື້ນ​ມາ​ໃຊ້​ຄື​ເກົ່າ.

 

 

 

 

 

- 4 - ລັດ​ເຂັ້ມ​ງວດ​ກວດກາຊິງຊັ່ງ​ໃຫ້​ໄດ້​ມາດຕະຖານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!