ແມ່ຍິງຖືພາທີ່ຖືກໝາກັດສາມາດສັກວັກແຊັງກັນວໍ້ໄດ້ບໍ່ ?


ແມ່ຍິງຖືພາທີ່ຖືກໝາ – ແມວກັດ ຫລື ຄູດມາ ອາດຈະເຮັດໃຫ້ເກີດຄວາມກັງວົນໃຈວ່າ ຄົນຖືພາສັກວັກແຊັງປ້ອງກັນພະຍາດວໍ້ໄດ້ຫລືບໍ່, ສັກແລ້ວຈະສົ່ງຜົນອັນຕະລາຍກັບລູກໃນທ້ອງຫລືບໍ່ ແລະ ມີວິທີປ້ອງກັນແນວໃດ ມື້ນີ້ພວກເຮົາມີຄວາມຮູ້ກ່ຽວກັບເລື່ອງນີ້ມາແນະນຳທ່ານ.
ເຊົາກັງວົນໄດ້ເລີຍ ເພາະແມ່ຍິງຖືພາສາມາດສັກວັກແຊັງປ້ອງກັນພະຍາດວໍ້ໄດ້ ຈາກການກວດສອບຄວາມປອດໄພຂອງການໃຊ້ຢາໃນແມ່ຍິງຖືພາ ຂອງອົງການອາຫານ ແລະ ຢາ ປະເທດສະຫະລັດອາເມລິກາ (US-FDA pregnancy risk categories) ບອກໄວ້ວ່າ : ວັກແຊັງປ້ອງກັນພະຍາດວໍ້ເປັນວັກແຊັງຊະນິດ Inactivated ແລະ ອິມມູໂນໂກລບຸລິນ ເຊິ່ງບໍ່ເປັນຂໍ້ຫ້າມໃນແມ່ຍິງຖືພາ.
ນອກຈາກນີ້, ແມ່ຍິງຖືພາທີ່ໄດ້ຮັບວັກແຊັງປ້ອງກັນພະຍາດວໍ້ ຍັງບໍ່ພົບວ່າມີອາການແຊກຊ້ອນ ແລະ ບໍ່ມີຜົນຕໍ່ຄວາມພິການ ແລະ ຄວາມຜິດປົກກະຕິຂອງລູກໃນທ້ອງນຳ ດັ່ງນັ້ນ ຖ້າແມ່ຍິງຖືພາຖືກໝາ – ແມວກັດ ຫລື ຄູດ ຄວນໄປສັກແວັກແຊັງປ້ອງກັນພະຍາດວໍ້ໄວ້ດີກ່ວາ ເພື່ອຄວາມປອດໄພຂອງສຸຂະພາບແມ່ ເພາະຫາກໄດ້ຮັບເຊື້ອມາແລ້ວຈະເຮັດໃຫ້ເສຍຊີວິດຢ່າງດຽວ.
ແມ່ຍິງຖືພາທີ່ຖືກໝາ – ແມວກັດ ຫລື ຄູດມາກໍບໍ່ຄວນຢູ່ເສີຍ ເພາະອາດໄດ້ຮັບເຊື້ອມາໄດ້ ດັ່ງນັ້ນ ຄວນດູແລໂຕເອງ ແລະ ປ້ອງກັນພະຍາດວໍ້ ດັ່ງນີ້ :
– ລ້າງບາດແຜດ້ວຍນຳ້ສະອາດ ຟອກສະບູ 2 – 3 ເທື່ອ, ໃຊ້ຜ້າສະອາດເຊັດບາດແຜໃຫ້ແຫ້ງ ແລ້ວໃສ່ຢາຂ້າເຊື້ອ ເຊັ່ນ : ເປຕາດີນ ຫລື ເຫລົ້າ 70%.
– ຫາກມີເລືອດອອກຄວນປ່ອຍໃຫ້ເລືອດໄຫລເອງ ແລ້ວຈຶ່ງເຊັດໃຫ້ແຫ້ງ ບໍ່ຄວນບີບ ຫລື ກົດບາດແຜເພື່ອໃຫ້ເລືອດໄຫລອອກມາ ເພາະຈະເຮັດໃຫ້ເຊື້ອແຜ່ກະຈາຍໄປຫາພາກສ່ວນອື່ນໆໄດ້.
– ຟ້າວໄປພົບແພດທັນທີ ເພື່ອຮັບການສັກວັກແຊັງປ້ອງກັນພະຍາດວໍ້.
– ໝັ່ນສັງເກດອາການຂອງສັດທີ່ກັດ ຢ່າງໜ້ອຍ 15 ມື້.
ຈາກຂໍ້ມູນທີ່ແນະນຳຂ້າງເທິງນັ້ນ ເຮັດໃຫ້ແມ່ມານເຂົ້າໃຈເລື່ອງການສັກວັກແຊັງປ້ອງກັນພະຍາດວໍ້ຫລາຍຂຶ້ນຕື່ມ ດັ່ງນັ້ນຖ້າຖືກໝາ ຫລື ແມວກັດ ຢ່າລືມໄປສັກວັກແຊັງທັນທີ ເພື່ອປ້ອງກັນໃຫ້ໂຕເອງ ແລະ ລູກໃນທ້ອງປອດໄພ.