ເປີດເວທີສົນທະນາຮ່ວມມືພັດທະນາການທ່ອງທ່ຽວລາວ-ຈີນ

ເປັນຄັ້ງປະຖົມມະລືກ ທີ່ການທ່ອງທ່ຽວຂອງລາວແລະຈີນ ໄດ້ເປີດເວທີໃຫຍ່ ສົນທະນາຮ່ວມມືພັດທະນາການທ່ອງທ່ຽວລາວ-ຈີນ ຂື້ນທີ່ນະຄອນຫຼວງວຽງຈັນ,ໃນມື້ວານນີ້ ,ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວ ແຫ່ງ ສປປ ລາວ;ທ່ານ ຕູ້ຈ່ຽງ ຮອງລັດຖະມົນຕີ ກະຊວງວັດທະນະທຳແລະທ່ອງທ່ຽວແຫ່ງ ສປ ຈີນ,ພ້ອມດ້ວຍທ່ານທູດສປຈີນປະຈຳລາວແລະພະນັກງານ ທົ່ວຂະແໜງການທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.
ມີຫຼາຍປະເດັນ,ຫຼາຍຫົວຂໍ້ທີ່ໜ້າສົນໃຈ,ທີ່ຊ່ຽວຊານດ້ານການທ່ອງທ່ຽວຂອງລາວແລະຈີນນຳສະເໜີ ເພື່ອຮ່ວມມືກັນພັດທະນາການທ່ອງທ່ຽວສອງປະເທດເປັນຕົ້ນ:ການສົ່ງເສີມການທ່ອງທ່ຽວຮ່ວມກັນ;ແນະນຳກ່ຽວກັບວິທີການຊຸກຍູ້ການແລກປ່ຽນແລະຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງຝ່າຍ;ການພັດທະນາບຸກຄະລາກອນການທ່ອງທ່ຽວ;ທ່າອ່ຽງກ່ຽວກັບການພັດທາະນາການທ່ອງທ່ຽວຂອງຈີນ;ເບິ່ງກາລະໂອກາດການຮ່ວມມືດ້ານການທ່ອງທ່ຽວແລະບັນບັນຫາອື່ນໆ.
ທ່ານ ບໍ່ແສງຄຳ ວົງດາລາ ກ່າວວ່າ: ປະຈຸບັນ ລາວແລະສປ ຈີນ ໄດ້ກາຍເປັນປະເທດຄູ່ຮ່ວມຍຸດທາະສາດຂອງການພັດທະນາການທ່ອງທ່ຽວ ຊຶ່ງແມ່ນວຽກງານໜຶ່ງທີ່ສອງພັກ-ລັດຖະບານລາວ-ຈີນໄດ້ຊຸກຍູ້ສົ່ງເສີມ,ມີເສັ້ນທາງເຊື່ອມຕໍ່ທາງບົກ,ທາງອາກາດ ອຳນວຍຄວາມສະດວກໃຫ້ແກ່ະຊາຊົນສອງຊາດລາວ-ຈີນໄດ້ໄປມາຫາສູ່ກັນສະດວກສະບາຍເຮັດໃຫ້ນັກທ່ອງທ່ຽວຈີນເຂົ້າມາລາວນັບມື້ນັບຫຼາຍຂື້ນ ສະແດງໃຫ້ເຫັນຈາກການທ່ອງທ່ຽວ1.99.857ຄົນ ໃນປີ2012 ມາເປັນ 639.185ຄົນ ໃນປີ 2017ແລະຄາດວ່ານັກທ່ອງທ່ຽວຈະເຂົ້າມາລາວເພີ່ມຂື້ນຢ່າງຕໍ່ເນື່ອງໃນຕໍ່ໜ້າ.ແລະສອງກະຊວງກໍ່ກຳລັງຮ່ວມມື ກຽມເປີດປີທ່ອງທ່ຽວລາວ-ຈີນ2019 ເພື່ອສົ່ງເສີມການທ່ອງທ່ຽວຂອງສອງປະເທດໃຫ້ນັບມື້ຂະຫຍາຍຕົວ.
ທ່ານ ຫວັງ ເຫວີນ ທ່ຽນ ເອກອັກຄະລັດຖະທູດ ຈີນ ປະຈຳສປປລາວກ່າວວ່າ:ສອງປະເທດຈີນ-ລາວ ມີກຳລັງບົ່ມຊ້ອນໃຫຍ່ຫຼວງໃນການຮ່ວມມືຂົງເຂດທ່ອງທ່ຽວ,ປີ2017ຄົນຈີນອອກໄປທ່ຽວຕ່າງປະເທດປະມານ1,29ລ້ານຄົນ,ມີການບໍລິໂພກດ້ານການທ່ອງທ່ຽວ360ຕື້ໂດລາສະຫະລັດ ຕິດອັນດັບໜຶ່ງຂອງໂລກແລະເຂົ້າມາລາວ ເກືອບ7ແສນຄົນ ທຽບໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂື້ນ32%ແລະຕິດອັນດັບ3ຂອງນັກທ່ອງທ່ຽວເຂົ້າມາລາວ.ແລະການເປີດເວທີສົນທະນາຮ່ວມມືການທ່ອງທ່ຽວສອງຊາດເຮົາເປັນນີມິດໝາຍ ຂອງການພັດທະນາຕາທ່າແຮງບົ່ມຊ້ອນການທ່ອງທ່ຽວສອງຊາດຈີນ-ລາວເຕີບໃຫຍ່ຂະຫຍາຍຕົວ.