ລາວກະກຽມຄວາມພ້ອມເພື່ອເຊື່ອມໂຍງຂອບວຸດທິການສຶກສາອາຊຽນ
ສູນປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດ ກອງປະຊຸມຄະນະຮັບຜິດຊອບດ້ານວິຊາການ ໃນການຂຽນບົດລາຍງານອ້າງອີງຂອບວຸດທິອາ ຊຽນຄັ້ງທີ່ 2 ຂຶ້ນ ໃນລະຫວ່າງວັນທີ 9-11 ພຶດສະພານີ້, ຢູ່ວິທະຍາໄລເຕັກນິກແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ປັນຍາ ຈັນທະວົງ ຜູ້ວ່າການອໍານວຍການສູນປະກັນຄຸນນະພາບການສຶກສາ, ທັງເປັນຮອງປະທານຄະນະກໍາມະການ ຂອບວຸດທິອາຊຽນ ແລະ ທ່ານ ວັນນະເລກເຫລື້ອງ ຮອງຫົວໜ້າກົມອາຊີວະສຶກສາ, ມີບັນດາຜູ້ແທນ ຈາກກົມອາ ຊີວະສຶກສາ, ສະຖາບັນສຶກສາ, ມະຫາວິທະຍາໄລແຫ່ງຊາດ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຈໍານວນຫລາຍ ເພື່ອແນໃສ່ເຊື່ອມໂຍງລະຫວ່າງຂອບວຸດທິການສຶກສາແຫ່ງຊາດ ແລະ ຂອບວຸດທິອາຊຽນ. ສຳລັບປະເທດສະມາຊິກອາຊຽນມີມາເລເຊຍ, ໄທ ແລະ ຟີລິບປິນ ທີ່ສະເໜີຂຽນບົດລາຍງານອ້າງອີງຂອບວຸດທິແຫ່ງຊາດຂອງຕົນ ເຂົ້າກັບຂອບວຸດທິອາຊຽນ, ສ່ວນ ສປປ ລາວ ແມ່ນການຝືກການຂຽນບົດລາຍງານ, ການຄົ້ນຄວ້າຄືນລະບົບການສຶກສາຂອງເຮົາວ່າສິ່ງໃດຍັງຂາດ ຫລື ສິ່ງໃດເຮົາຄວນພັດທະນາເພີ່ມ, ພ້ອມນັ້ນ ກໍເພື່ອການເຊື່ອມໂຍງເສດຖະກິດອາຊຽນ AEC, ໃນຂະແໜງການສຶກສາ ໂດຍຈະໄດ້ມີການແລກປ່ຽນນັກວິຊາການ ແລະ ນັກສຶກສາ, ນັບທັງລະບົບຄຸ້ມຄອງ ແລະ ລະບົບປະກັນຄຸນະພາບການສຶກສາເປັນກົນໄກໃນການຂັບເຄື່ອນ ແລະ ຮັບຮູ້ໃນຂອບວຸດທິການສຶກສາ ລະຫວ່າງ ບັນດາປະເທດອາຊຽນດ້ວຍກັນ.