ຮາມັດຕົກລົງຢຸດຍິງກັບອິດສະລາ ແອນແລ້ວຫລັງປະທະກັນຫລ້າສຸດ

- 800 - ຮາມັດຕົກລົງຢຸດຍິງກັບອິດສະລາ ແອນແລ້ວຫລັງປະທະກັນຫລ້າສຸດ
- kitchen vibe - ຮາມັດຕົກລົງຢຸດຍິງກັບອິດສະລາ ແອນແລ້ວຫລັງປະທະກັນຫລ້າສຸດ

​ແກນ​ນຳ​ຮາ​ມັດ​ທີ່​ປົກຄອງ​ເຂດ​ກາຊາ​ຂອງ​ປາ​ແລັສຕິນ​ແຈ້ງ​ໃນ​ວັນ​ທີ 30 ພຶດສະພາ​ວ່າ: ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ກັບ​ອິດສະ​ລາ​ແອນ​ແລ້ວ ຢຸດ​ການ​ປະ​ທະ​ຮຸນ​ແຮງ​ທີ່​ສຸດ​ນັບ​ແຕ່​ສູ້​ຮົບ​ຄັ້ງຫລັງ​ສຸດ​ໃນ​ປີ 2014.

​ແກນ​ນຳ​ຮາ​ມັດ​ເປີດ​ເຜີຍ​ວ່າ: ຄົນ​ກາງ​ຊາວ​ເອຢິບ​ໄດ້​ເຂົ້າມາ​ໄກ່​ເກ່ຍ ຫລັງ​ຈາກ​ຮາ​ມັດ​ໄດ້​ໃຊ້​ຄວາມ​ອົດ​ກັ້ນຈົນ​ສາມາດ​ຢັບຢັ້ງການ​ຮຸກ​ຮານ​ໄດ້, ຮາ​ມັດ​ຈະ​ຍຶດຕາມ​ຂໍ້​ຕົກລົງ​ຢຸດ​ຍິງ​ຕາບ​ເທົ່າ​ທີ່​ອິດສະ​ລາ​ແອນ​ຍຶດຕາມ​ເຊັ່ນ​ກັນ. ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີອິດສະລາ​ແອນ​ໃຫ້​ສຳພາດ​ສະຖານີ​ວິທະຍຸ​ກອງທັບ​ວ່າ: ຖ້າ​ຝັ່ງ​ນັ້ນສະຫງົບ ອິດສະ​ລາ​​ແອນ​ກໍ​ສະຫງົບ, ອິດສະ​ລາ​ແອນ​​ໄດ້​ໃຫ້​ໂອກາດ​ຮາ​ມັດພິສູດ​ຕົວ​ເອງ​ວ່າ​ຈະ​ກັບ​ໄປ​ມີ​ຊີວິດ​ຕາມ​ປົກກະຕິ ຫາກ​ຮາ​ມັດ​ບໍ່​ຄວບ​ຄຸມ​ກໍ​ຈະ​ມີ​ການ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ.

- Visit Laos Visit SALANA BOUTIQUE HOTEL - ຮາມັດຕົກລົງຢຸດຍິງກັບອິດສະລາ ແອນແລ້ວຫລັງປະທະກັນຫລ້າສຸດ

ພື້ນທີ່​ຊາຍ​ແດນ​ກາ​ຊາ​ກັບ​ອິດສະ​ລາ​ແອນ​ຕົກ​ຢູ່​ໃນ​ສະພາບ​ເຄັ່ງ​ຕຶງ​ນັບ​ແຕ່​ຊາວ​ປາ​ແລັສຕິນຊຸມນຸມ​ປະ​ທ້ວງ​ມາ​ຫລາຍ​ອາທິດ ​ແລະ ຮຸນ​ແຮງ​ທີ່​ສຸດ​ໃນ​ວັນ​ທີ 14 ພຶດສະພາ. ກອງທັບ​ອິດສະ​ລາ​ແອນ​ຖະຫລົ່ມ​ທີ່​ຕັ້ງຂອງ​ກຸ່ມ​ຮາ​ມັດ​ໃນ​ຄືນ​ວັນ​ທີ 29 ພຶດສະພາ ​ເພາະ​ຮາ​ມັດ​ຍັງ​ຍິງ​ໃສ່​ທ້ອງ​ຖິ່ນ​ທາງ​ໃຕ້​ຂອງ​ອິດສະ​ລາ​ແອນ​. ສຽງ​ໄຊ​ເຣນ​ເຕືອນ​ໄພ​ການ​ໂຈມ​ຕີ​ທາງ​ອາກາດ​ດັງ​ຂຶ້ນໝົດ​ຄືນ ຊາວ​ປາ​ແລັສຕິນ​ເສຍ​ຊີວິດ​ໄປ​ແລ້ວ 110 ກວ່າ​ຄົນ, ຮາ​ມັດ ​ແລະ ອິດສະ​ລາ​​ແອນ​ສູ້​ຮົບ​ກັນ​ມາ​ແລ້ວ 3 ຄັ້ງ ນັບ​ແຕ່​ຮາ​ມັດ​ເຂົ້າຍຶດ​ເຂດ​ກາຊາ​ໃນ​ປີ 2007, ການ​ສູ້​ຮົບ​ຄັ້ງຫລ້າ​ສຸດ​ໃນ​ປີ 2014 ​ເປັນ​ເວລາ 50 ວັນ ມີ​ຊາວ​ປາ​ແລັສຕິນ​ເສຍ​ຊີວິດ 2.000 ກວ່າ​ຄົນ, ສ່ວນ​ອິດສະ​ລາ​ແອນ​ມີ​ຄົນ​ເສຍ​ຊີວິດ 72 ຄົນ.

- 3 - ຮາມັດຕົກລົງຢຸດຍິງກັບອິດສະລາ ແອນແລ້ວຫລັງປະທະກັນຫລ້າສຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!