ຈົ່ງໃຫ້ຄວາມສຳຄັນກັບການກວດຮ່າງກາຍກ່ອນຖືພາ

- kitchen vibe - ຈົ່ງໃຫ້ຄວາມສຳຄັນກັບການກວດຮ່າງກາຍກ່ອນຖືພາ

- 012604 300x200 - ຈົ່ງໃຫ້ຄວາມສຳຄັນກັບການກວດຮ່າງກາຍກ່ອນຖືພາ
      ການກວດຮ່າງກາຍກ່ອນຖືພານັ້ນຈຳເປັນຫລາຍ ຫາກຄອບຄົວທີ່ພ້ອມຈະມີລູກ ການກວດຮ່າງກາຍກ່ອນຖືພານັ້ນເປັນການ ກວດສຸຂະພາບຜົວ ແລະ ເມຍວ່າເປັນພະຍາດຫຍັງຫລືບໍ່, ສຸຂະພາບຮ່າງກາຍພ້ອມສຳລັບການຖືພາຫລືບໍ່. ນອກຈາກນີ້, ການກວດຮ່າງກາຍກ່ອນຖືພາຍັງຊ່ວຍປົກປ້ອງລູກຈາກຄວາມພິການໄດ້ນຳ ເຊິ່ງປະຈຸບັນເລື່ອງການກວດຮ່າງກາຍກ່ອນຖືພານັ້ນຈະເປັນເລື່ອງທີ່ເບິ່ງທຳມະດາ ແລະ ເປັນປົກກະຕິໄປແລ້ວສຳລັບຄົນຮຸ່ນໃໝ່ ແລະ ກວດຮ່າງກາຍກ່ອນຖືພາກໍຖືເປັນອີກໜຶ່ງເລື່ອງທີ່ດີຫລາຍທີ່ພໍ່ແມ່ມືໃໝ່ຫລາຍໆທ່ານຄວນເຮັດ ແລະ ປະຕິບັດເປັນຢ່າງຍິ່ງ ເພາະເຮົາເຊື່ອວ່າພໍ່ແມ່ຫລາຍໆທ່ານຍ່ອມປາຖະໜາໃຫ້ລູກທຸກຄົນຂອງຕົນມີສຸຂະພາບຮ່າງກາຍທີ່ສົມບູນແຂງແຮງ ແລະ ຄົບທຸກປະການແມ່ນບໍ່. ສະນັ້ນ, ບໍ່ແມ່ນເລື່ອງໜ້າແປກຫຍັງເລີຍທີ່ຈະມີການກວດຮ່າງກາຍກ່ອນຖືພາ ເຖິງວ່າທ່ານຈະພ້ອມໃນທຸກໆຢ່າງ ແລະ ທຸກໆດ້ານແລ້ວ ຫາກແຕ່ຮ່າງກາຍບໍ່ພ້ອມຄົນໃດຄົນໜຶ່ງກໍເປັນບັນຫາ ແລ້ວທ່ານຈະຮູ້ໄດ້ແນວໃດວ່າໃຜມີບັນຫາຫຍັງຫລືບໍ່ ໂດຍທ່ານໝໍຈະເລີ່ມຈາກການສອບຖາມປະຫວັດກຳມະພັນເພື່ອໃຫ້ລະຫ່ວາງການຖືພາ ຫລື ກ່ອນຖືພາ ທ່ານໝໍຈະໄດ້ໃຫ້ຄຳແນະນຳວ່າຄວນໃຊ້ຫລືບໍ່ຄວນໃຊ້ຢາຊະນິດໃດ ບາງ ເທື່ອຢາບາງຊະນິດກໍອາດສົ່ງຜົນຮ້າຍຕໍ່ລູກໄດ້ ເຊັ່ນ : ຢາປິ່ນປົວສິວບາງຊະນິດທີ່ມີວິຕາມິນອາ ຫາກທ່ານກິນຢານີ້ໃນໄລຍະຖືພາ ລູກທີ່ເກີດມາອາດມີໂອກາດສູງທີ່ຈະພິການທາງສະໝອງ.

ການເຈາະເລືອດຫາພະຍາດຫລັກການສຳຄັນຂອງການເຈາະເລືອດແມ່ນການກວດຫາພະຍາດທີ່ອາດຖ່າຍທອດໄປສູ່ລູກ ເຊິ່ງທ່ານໝໍລະວັງຫລາຍ ຫາກພົບວ່າຄູ່ຜົວເມຍມີພະຍາດໃດໜຶ່ງ (ພະຍາດເລືອດຈາງ) ຫາກມີອາການຂອງພະຍາດຮຸນແຮງຈະເຮັດໃຫ້ເດັກນ້ອຍຕາຍຕອນເກີດ ຫາກອາການບໍ່ຮຸນແຮງ ເດັກນ້ອຍທີ່ເກີດອອກມາຈະບໍ່ສົມບູນ ເຊັ່ນ : ໂຕເຫລືອງຈືດ, ມີຕັບ ຫລື ມ້າມໃຫຍ່, ມີໜ້າຕາແປກໆ, ຊີຟີລິດ ຫາກເມຍຕິດພະຍາດຈາກຜົວ ແລະ ຖືພາ ອາດເຮັດໃຫ້ລູກມີຄວາມຜິດປົກກະຕິ ເຊັ່ນ : ຂະໜາດແຮ່ໃຫຍ່, ເດັກນ້ອຍມີນ້ຳໃນທ້ອງ, ຫົວໃຈຜິດປົກກະຕິ, ພະຍາດເອດ ເດັກນ້ອຍຈະມີໂອກາດເປັນພະຍາດນີ້ນຳ, ແຕ່ຫາກພົບກ່ອນ ທ່ານໝໍອາດໃຫ້ຢາທີ່ຫລຸດການຕິດຕໍ່ໄປສູ່ລູກໄດ້ ເຊັ່ນ : ຈາກ 30% ອາດເຫລືອພຽງ 8%. ໄວຣັສຕັບອັກເສບເບ ອາດຈະເຮັດໃຫ້ເດັກນ້ອຍມີອາການປ່ວຍພະຍາດຕັບແຂງແຕ່ຕອນຍັງນ້ອຍໄດ້ ແລະ ມີໂອກາດພິການສູງ ປົກກະຕິແລ້ວຫາກແມ່ຕິດເຊື້ອໃນໄລຍະຖືພາ 3 ເດືອນທຳອິດທ່ານໝໍມັກຈະແນະນຳໃຫ້ຢຸດຕິການຖືພາ.

- Visit Laos Visit SALANA BOUTIQUE HOTEL - ຈົ່ງໃຫ້ຄວາມສຳຄັນກັບການກວດຮ່າງກາຍກ່ອນຖືພາ
- 4 - ຈົ່ງໃຫ້ຄວາມສຳຄັນກັບການກວດຮ່າງກາຍກ່ອນຖືພາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!