6 ຂໍ້ສໍາຄັນ ທີ່ຄົນຖືພາຄວນຮູ້ຫາກຕ້ອງຂັບລົດເອງ
June 22, 2018 - 2:26 PM


- ຊ່ວງໃດທີ່ຄົນຖືພາບໍ່ຄວນຂັບລົດ
- ຊ່ວງໄຕມາດທໍາອິດ: ແມ່ອາດມີອາການແພ້ທ້ອງ, ປວດຮາກ, ວິນຫົວ, ອ່ອນເພຍງ່າຍ ແລະ ຢາກນອນງ່າຍ ຊຶ່ງມີຜົນຕໍ່ຄວາມສາມາດໃນການຂັບລົດ
- ໃນຊ່ວງໄຕມາດສຸດທ້າຍ
- ເຂັມຂັດນິລະໄພສໍາຄັນແນວໃດ ?: ຈາກລາຍງານການສຶກສາໜຶ່ງໃນສະຫະລັດອາເມລິກາ ພົບວ່າແມ່ຖືພາທີ່ບໍ່ຄາດເຂັມຂັດນິລະໄພໃນຂະນະເກີດອຸປະຕິເຫດທາງລົດຍົນ ມີຄວາມສ່ຽງທີ່ຈະເກີດລູກນໍ້າໜັກໜ້ອຍ ຫຼາຍເປັນ 1.3 ເທົ່າຂອງແມ່ຖືພາທີ່ບໍ່ໄດ້ເກີດອຸປະຕິເຫດຂະນະຖືພາ ແລະ ຈະມີເລືອດອອກຫຼາຍຂະນະເກີດ 2,1 ເທົ່າ ແລະ ລູກນ້ອຍເສຍຊີວິດຫຼາຍເປັນ 2,8 ເທົ່າ ເມື່ອທຽບກັບແມ່ຖືພາທີ່ຮັດເຂັມຂັດນິລະໄພຂະນະເກີດອຸປະຕິເຫດ ສະແດງໃຫ້ເຫັນວ່າ ເຂັມຂັດນິລະໄພນອກຈາກຈະຫຼຸດຄວາມຮຸນແຮງຈາກອຸປະຕິເຫດໃຫ້ກັບແມ່ຖືພາແລ້ວ ຍັງຊ່ວຍຫຼຸດ ແລະ ປ້ອງກັນອັນຕະລາຍຕໍ່ລູກນ້ອຍໃນທ້ອງຂະນະເກີດອຸປະຕິເຫດທາງລົດຍົນອີກດ້ວຍ ແລະ ງານວິໄຈລະບຸວ່າແມ່ມີໂອກາດລຸລູກ 3 ເທົ່າ ແລະ ເລືອດຕົກໃນເຖິງ 2 ເທົ່າຫາກເກີດອຸປະຕິເຫດໃນຂະນະຂັບຂີ່ ແລະ ເຖິງແມ່ມວ່າຈະຕໍາບໍ່ແຮງ ກໍຍັງມີໂອກາດລຸລູກເຖິງ 5% ໂດຍໃນຈໍານວນດັ່ງກ່າວນັ້ນມີຫຼາຍກວ່າ 68% ທີ່ບໍ່ຍອມຮັດເຂັມຂັດນິລະໄພໃນຂະນະຂັບຂີ່ ແລະ ປັບທ່ານັ່ງບໍ່ຖືກຕ້ອງ.
- ທ່ານັ່ງຂັບລົດທີ່ຖືກຕ້ອງສໍາລັບຄົນຖືພາ: ຄວນປັບເບາະໃຫ້ຖອຍຫ່າງຈາກພວງມະໄລຫຼາຍຂຶ້ນປະມານ 10 ຊັງຕີແມັດ, ປັບເບາະເອນກວ່າເກົ່າເລັກນ້ອຍ ແລະ ປັບພວງມະໄລສູງຂຶ້ນ ເພື່ອປ້ອງກັນຫາກເບກກະທັນຫັນ ທ້ອງຈຶ່ງຈະບໍ່ກະແທກພວງມະໄລ ທັງນີ້ຄວນແນ່ໃຈວ່ານັ່ງສະບາຍ ສາມາດຄວບຄຸມຄັນເລັ່ງ ແລະ ເບກໄດ້ຄືເກົ່າ.
- ວິທີຮັດເຂັມຂັດນິລະໄພທີ່ຖືກຕ້ອງສໍາລັບຄົນຖືພາ: ໃຫ້ພາດຈາກຈຸດຂ້າງສະໂພກ ພາດຜ່ານຕົ້ນທັງສອງຂ້າງ ແຕ່ຢູ່ລະດັບຕໍ່າກວ່າທ້ອງແມ່ ສາຍເທິງນັ້ນຄວນຢູ່ຊ່ວງລາວນົມ ແລະ ຄໍ, ສ່ວນສາຍລ່າງໃຫ້ປັບບໍ່ໃຫ້ເຄັ່ງຫຼາຍ ແລະ ວາງໄວ້ໃຕ້ທ້ອງ ວິທີນີ້ຈະຊ່ວຍກະຈາຍແຮງກະແທກທີ່ເກີດຈາກການເກີດອຸປະຕິເຫດ.
- ໂຕຊ່ວຍບັນເທົາອາການເຈັບຫຼັງຂະນະຂັບລົດ: ຄວນຊອກຫາສິ່ງມາ ທີ່ເບາະ ເພື່ອບັນເທົາອາການເຈັບຫຼັງ.
- ອັນຕະລາຍຈາກການຂັບລົດທີ່ພົບຫຼາຍ: ເຖິງຈະບໍ່ໄດ້ເກີດອຸປະຕິດເຫດຮຸນແຮງ ແຕ່ການກະແທກ ຫຼືຂັບລົດຕົກຂຸມເປັນສິ່ງທີ່ຫຼີກລ່ຽງໄດ້ຍາກ ເຖິງແມ່ນວ່າລູກນ້ອຍໃນທ້ອງຈະມີນໍ້າຂໍ່າຊ່ວຍຫຼຸດແຮງກະທົບກະເທືອນຈາກພາຍນອກລົງໄດ້ກໍຕາມ ແຕ່ຫາກບັງເອີນຂັບລົດຕົກຂຸມຂັ້ນແຮງກໍອາດເປັນອັນຕະລາຍເຖິງລູກໄດ້. ໃຫ້ແມ່ສັງເກດຕົວເອງດັ່ງຕໍ່ໄປນີ້ ຫາກເຈັບທ້ອງຕະຫຼອດເວລາຫຼັງເກີດອຸປະຕິເຫດ ຫຼື ດຽວເຈັບດຽວເຊົາ ຫຼື ມີເລືອດອອກທາງຊ່ອງຄອດ ລວມເຖິງລູກດິ້ນນ້ອຍລົງ ໃຫ້ຮີບໄປຫາແພດໝໍທັນທີ.