9 ວິທີເຮັດໃຫ້ຄົນຖືພາມີຄວາມສຸກ
June 28, 2018 - 11:41 AM


- ຜ່ອນຄາຍອາລົມ: ນັ່ງລັບຕາພະຍາຍາມຜ່ອນຄາຍກ້າມຊີ້ນທຸກສ່ວນ ກໍານົດລົມຫາຍໃຈເຂົ້າອອກຊ້າໆ ທາງດັງ ເຮັດປະມານ 10-20 ນາທີ ສາມາດເຮັດໄດ້ທຸກທີ່, ທຸກເວລາ ພຽງແຕ່ຄ່ອຍໆເຮັດ ແລະ ເຮັດຢ່າງສະໝໍ່າສະເໝີ ເຮັດໃຫ້ເກີດຄວາມເຄີຍ ກໍຈະຊ່ວຍຫຼຸດຄວາມຄຽດ ແລະ ຄວາມກັງວົນໄດ້.
- ພັກຜ່ອນ ນອນລັບ: ການປ່ອຍວາງທຸກສິ່ງ (ຫາກເຮັດໄດ້) ເຖິງແມ່ນວ່າຈະເປັນການນອນພັກຜ່ອນນອນລັບ ພຽງແຕ່ນອນລັບຕາພຽງຊົ່ວຄາວ ກໍຖືເປັນການພັກກາຍ ແລະ ໃຈ ເມື່ອເຮົາເຮັດຈົນເຄີຍ ກະເຂົ້ານອນຕາມເວລາທີ່ກໍານົດ ກໍຈະຫຼຸດຄວາມກົດດັນໃນອາລົມ ຫຼື ຄວາມວິຕົກກັງວົນຕ່າງໆລົງໄດ້.
- ຮັບຄວາມບັນເທີງ: ເບິ່ງໜັງ, ຟັງເພງ, ເບິ່ງສິ່ງທີ່ສວຍງາມ ຫຼື ເບິ່ງກິດຈະກໍາທີ່ຕົນມັກ ກໍເປັນວິທີຜ່ອນຄາຍສະໝອງແບບຄົນຖືພາ.
- ບໍາລຸງຮ່າງກາຍ: ຜ່ອນຄາຍຮ່າງກາຍທີ່ດີ ທີ່ຄຽງຄູ່ມາກັບການກິນອາຫານທີ່ມີປະໂຫຍດ ແລະ ຄົບຖ້ວນ ເຕີມພະລັງໃຫ້ຮ່າງກາຍມີຫຼາຍພໍໃຫ້ເຮົາໄດ້ເຮັດພາລະກິດຕ່າງໆ ໃນແຕ່ລະມື້
- ຟັງເພງ ຫຼື ຮ້ອງເພງ
- ອອກກໍາລັງກາຍ ເພື່ອໃຫ້ເລືອດໃນຮ່າງກາຍສູບສີດ ຖ່າຍທອດອົກຊິເຈນໄດ້ດີ ເຮັດໃຫ້ຮູ້ສຶກໄດ້ເຖິງຄວາມສົດຊື່ນ ແລະ ສະບາຍໂຕ ເມື່ອອອກກໍາລັງກາຍ
- ການຫົວ ຫຼື ການຍີ້ມ
- ອາບນໍ້າ: ການທີ່ໄດ້ອາບນໍ້າອຸ່ນໃນມື້ທີ່ເຮົາຮູ້ສຶກວ່າ ຮ່າງກາຍນັ້ນອ່ອນເພຍ ຈາກການເຮັດວຽກໝົດມື້ ຈະຊ່ວຍຜ່ອຍຄາຍຄວາມເມື່ອຍສ່ວນຕ່າງໆ ຂອງຮ່າງກາຍ ຊ່ວຍໃຫ້ນອນລັບສະບາຍ ແລະ ພັກຜ່ອນໄດ້ດີຂຶ້ນ
- ງານປະດິດສິລະປະ ເຊັ່ນການທັກແສ່ວ