ງານຫລວງພະບາງງາມແທ້ໂອກິດຈະກຳທີ່ສະທ້ອນໃຫ້ເຫັນວິຖີຊີວິດຂອງຊາວຫລວງພະບາງ
ອົງການປົກຄອງແຂວງຫຼວງພະບາງ ຈັດງານຫຼວງ ພະບາງງາມແທ້ໂອຂຶ້ນໃນ ວັນທີ 4 – 7 ກໍລະກົດນີ້ ທີ່ເດີ່ນ ຕະຫຼາດຊົນເຜົ່າ ບໍລິເວນ ຕະຫຼາດກາງຄືນໂດຍມີເປົ້າ ໝາຍເພື່ອສ່ອງແສງໃຫ້ເຫັນ ເຖິງຖ້ອຍຄຳເວົ້າຈາ ຂອງ ຊາວຫຼວງພະບາງ ທີ່ລົງທ້າຍ ດ້ວຍສະຫຼະໂອ ເຊິ່ງຈະເຮັດ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງ ສີ່ງທີ່ເປັນເອກະລັກ ໂດດ ເດັ່ນຂອງຊາວຫຼວງພະບາງ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະ ແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫຼວງພະບາງໃຫ້ຮູ້ວ່າ: ງານດັ່ງກ່າວຈະມີ 3 ກິດຈະກຳຫຼັກມາໄວ້ໃນຈຸດ ດຽວ ເພື່ອໃຫ້ ນັກທ່ອງທ່ຽວ, ນັກຂ່າວ ແລະ ນັກຂຽນ ທັງ ພາຍໃນ ແລະອານຸພາກພື້ນ ໄດ້ສຳພັດ ແລະ ສືບຕໍ່ໂຄ ສະນາວຽກງານການທ່ອງທ່ຽວຂອງຫຼວງພະບາງໃຫ້ກວ້າງຂວາງ, ໃນນີ້ ໄດ້ມີ ການປະສານງານກັບບັນ ດາຫົວໜ່ວຍທຸລະກິດທັງ ພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດການ ບໍລິການ ແລະ ການທ່ອງ ທ່ຽວ ຢູ່ພາຍໃນແຂວງ ເຂົ້າ ມາມີສ່ວນຮ່ວມສ້າງສີ ສັນໃຫ້ແກ່ງານຢ່າງຫຼາກ ຫຼາຍ. ງານນີ້ ແມ່ນ 1 ໃນ 7 ກິດຈະກຳຫຼັກ ຂອງການ ສະເຫຼີມສະຫຼອງປີທ່ອງ ທ່ຽວລາວ 2018 ຢູ່ແຂວງ ຫຼວງພະບາງພາຍໃນ ງານ ຈະສະທ້ອນໃຫ້ເຫັນວິຖີ ການດຳລົງຊີວິດຂອງຄົນ ຫຼວງພະບາງໂດຍຈະມີ ການຈັດເທດສະການອາ ຫານພື້ນເມືອງຫຼວງພະ ບາງ, ງານທັດສະນະສຶກ ສາ ໃຫ້ກັບນັກຂ່າວນັກ ຂຽນທັງພາຍໃນ ແລະ ຕ່າງປະເທດ ແລະ ສຸດ ທ້າຍແມ່ນການຈັດງານ ວາງສະແດງຜະລິດຕະ ພັນພື້ນບ້ານ ຂອງຊາວ ຫຼວງພະບາງ. ຈຶ່ງຂໍເຊີນ ຊວນທຸກ ທ່ານ ເຂົ້າຮ່ວມ ງານຟົດຟື້ນມ່ວນຊື່ນ.
+ ທ່ຽວຊົມທິວທັດທຳມະຊາດໄຊສົມບູນໃຫ້ສຸກໃຈ
+ ງານວາງສະແດງຜະລິດຕະພັນລາວຄັ້ງທີ 5 ຈະຈັດຂຶ້ນໃນກາງເດືອນມີນານີ້