ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ

- 002 - ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ
- kitchen vibe - ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ

ກອງປະຊຸມກາງສະໄໝຄັ້ງທີ VII ຂອງຄະນະບໍລິ ຫານ ງານພັກແຂວງຫລວງ ນໍ້າທາ ໄດ້ໄຂຂຶ້ນເມື່ອບໍ່ດົນ ມານີ້, ໂດຍການເປັນ ປະທານ ຂອງສະຫາຍ ເພັດຖາວອນ ພິລາວັນ ກຳມະການສູນ ກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງນ້ຳທາ, ມີຄະນະບໍລິຫານງານພັກ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.

- 02 1 - ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ

- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ

 

ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X ຂອງພັກ

ຜົນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ

ກອງປະຊຸມທ່ານ ຄຳ ໄຫລ ສີປະເສີດ ກໍາມະການ ປະຈຳພັກແຂວງ, ຫົວໜ້າ ພະແນກກະສິກຳ ແລະ ປ່າ ໄມ້ແຂວງ ໄດ້ຂຶ້ນຜ່ານຮ່າງ ບົດສະຫລຸບການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະ ພັກແຂວງກາງສະໄໝ ແຕ່ ເດືອນເມສາ 2015 ຫາ ເດືອນທັນວາ 2017, ໂດຍ ຍົກໃຫ້ເຫັນຜົນງານອັນ ພົ້ນ ເດັ່ນຫລາຍດ້ານໃນການ ຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງ ພັກ, ມະຕິກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງຄະນະ ພັກແຂວງ, ເຖິງວ່າເງື່ອນ ໄຂ ສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນ ແປ ສະຫລັບສັບຊ້ອນ, ມີທັງ ກາລະໂອກາດເອື້ອອຳນວຍ ແລະ ສິ່ງທ້າທາຍທົດສອບ ຫລາຍປະການຢູ່ ພາຍໃນປະ ເທດ ກໍຄືແຂວງຫລວງນ້ຳ ທາ, ແຕ່ໂດຍລວມແລ້ວ ແມ່ນ ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ, ເສດ ຖະກິດມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງໃນລະດັບ 8,96% ຕໍ່ປີ, ລວມຍອດ ຜະລິດຕະພັນພາຍໃນ (GDP) ປີ 2017 ບັນລຸໄດ້ 2.447 ຕື້ກີບ, ທຽບໃສ່ປີ 2015 ເພີ່ມຂຶ້ນ 13% ທຽບ ໃສ່ແຜນການ 5 ປີປະຕິ ບັດໄດ້ 60%, 2 ປີຜ່ານມາ ໄດ້ຮັບການລົງທຶນເຂົ້າໃນ ການ ພັດທະນາເສດຖະກິດ- ສັງຄົມທັງໝົດ 176 ໂຄງ ການ, ມູນຄ່າ 3.492 ຕື້ ກີບ ກວມ 86% ຂອງ GDP ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 58% ຂອງ ການລົງທຶນທັງໝົດ, ໃນ ນີ້ການລົງທຶນຂອງລັດ 86 ໂຄງການມີມູນຄ່າ 192 ຕື້ກີບ, ກວມ 5% ຂອງການລົງທຶນທັງໝົດ, ຊຶ່ງໄດ້ເອົາໃຈໃສ່ຊຸກຍູ້ສົ່ງ ເສີມການຜະລິດກະສິກຳ ສະອາດ, ຜະລິດສະບຽງ ອາຫານໃຫ້ກຸ້ມກິນ ແລະ ເປັນສິນຄ້າ, ມີເນື້ອທີ່ນາ ປູກເຂົ້າ 16.306 ເຮັກຕາ, ຜະລິດເຂົ້າໄດ້ 51.638 ໂຕນ, ການຜະລິດເປັນສິນ ຄ້າມີທ່າຂະຫຍາຍຕົວເພີ່ມ ຂຶ້ນເຊັ່ນ: ສາລີ, ມັນຕົ້ນ, ອ້ອຍ, ແຕງໂມ, ເຜືອກ, ມັນ, ໄມ້ໃຫ້ໝາກ, ເຄື່ອງ ປ່າຂອງດົງ ແລະ ພືດຜັກ ອື່ນໆ ມີເນື້ອທີ່ທັງໝົດ 16.923 ເຮັກຕາ, ທຽບໃສ່ ປີ 2015 ເພີ່ມຂຶ້ນ 850 ເຮັກຕາ, ຜົນຜະລິດບັນລຸ ໄດ້ 586 ພັນ ໂຕນ, ມີເນື້ອ ທີ່ປູກຢາງພາລາທັງໝົດ 36 ພັນກວ່າເຮັກຕາ, 2 ປີຜ່ານມາຜະລິດນ້ຳຢາງ ພາລາໄດ້ 76 ພັນໂຕນ ໃນ ລາຄາສະເລ່ຍ 5.000 ກີບ ຕໍ່ກິໂລ, ການລ້ຽງສັດເປັນ ສິນຄ້າກໍມີທ່າຂະຫຍາຍຕົວ ເພີ່ມຂຶ້ນໄດ້ຫັນຈາກການ ລ້ຽງແບບທຳມະຊາດໄປ ສູ່ເປັນຟາມເຊັ່ນ: ຟາມລ້ຽງ ໄກ່, ໝູ, ງົວ ແລະ ປາ. ທົ່ວ ແຂວງ ມີບ້ານພົ້ນທຸກແລ້ວ 289 ບ້ານກວມ 78%, ບ້ານພັດທະນາ 211 ບ້ານ ກວມ 57%, ຄອບຄົວທຸກ ຍາກຍັງເຫລືອ 2.716 ຄອບ ຄົວກວມ 7% ທຽບໃສ່ປີ 2015 ຫລຸດລົງ 351 ຄອບ ຄົວ. ສ່ວນວຽກງານອື່ນໆ ກໍໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ. ໄປຄຽງຄູ່ກັບດ້ານດີ ແລະ ຜົນງານທີ່ຍາດມາ ໄດ້ນັ້ນ ແຂວງຫລວງນ້ຳທາຍັງມີ ຄວາມຫຍຸ້ງຍາກບໍ່ໜ້ອຍ, ອັນ ເນື່ອງມາຈາກຄວາມຮັບຮູ້ ຕື່ນຕົວ, ສະຕິເຄົາລົບລະ ບຽບກົດໝາຍຂອງພະນັກ ງານສະມາຊິກພັກ ແລະ ປະ ຊາຊົນບັນດາເຜົ່າຈຳນວນ ໜຶ່ງຍັງຕ່ຳ, ເສດຖະກິດການ ເງິນບໍ່ທັນຄ່ອງຕົວ, ໄດ້ຮັບ ຜົນກະທົບຈາກໄພທຳມະ ຊາດ, ພວກອິດທິກຳລັງປໍ ລະປັກ ແລະ ກຸ່ມຄົນບໍ່ຫວັງ ດີຍັງບໍ່ລົດລະກົນອຸບາຍທີ່ ຫວັງມ້າງເພທຳລາຍລະ ບອບໃໝ່ຂອງພວກເຮົາ, ເຖິງຢ່າງໃດກໍຕາມ ເພື່ອແກ້ ໄຂຈຸດອ່ອນ ແລະ ຂໍ້ຄົງ ຄ້າງ ໃຫ້ດີຂຶ້ນນັ້ນ, ກອງປະຊຸມ ຄັ້ງນີ້ກໍໄດ້ວາງທິດທາງແຜນການ ແລະ ວຽກງານຈຸດ ສຸມຮອດປີ 2020 ໂດຍສືບ ຕໍ່ປະຕິບັດແນວທາງປ່ຽນ ແປງໃໝ່ຮອບດ້ານ, ເພີ່ມ ທະວີຄວາມສາມັກຄີເປັນ ເອກະພາບພາຍໃນພັກໃຫ້ ເປັນປຶກແຜ່ນແໜ້ນໜາ, ເປັນ ຄັນທຸງແຫ່ງການເຕົ້າໂຮມ ຄວາມສາມັກຄີບັນດາເຜົ່າ ແນໃສ່ປັບປຸງລະບົບການ ເມືອງ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະ ຫງົບໃຫ້ໜັກແໜ້ນເຂັ້ມ ແຂງ, ຂຸດຄົ້ນທ່າແຮງ, ກາລະໂອກາດທີ່ມີ, ເຊື່ອມ ໂຍງກັບພາກພື້ນ ແລະ ສາ ກົນຢ່າງຕັ້ງໜ້າ ເພື່ອຍາດ ແຍ່ງເອົາການສະໜັບສະ ໜູນ, ການຊ່ວຍເຫລືອຈາກ ປະເທດເພື່ອນມິດ ແລະ ສາກົນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດ ທະນາເສດຖະກິດ-ສັງຄົມ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂ ຄວາມທຸກຍາກ ແລະ ຍົກ ສູງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ມີການຫັນ ປ່ຽນດີຂຶ້ນ, ແນໃສ່ເຮັດ ໃຫ້ແຂວງຫລວງນ້ຳທາມີຄວາມສະຫງົບທາງດ້ານ ການເມືອງ, ສັງຄົມມີ ຄວາມເປັນລະບຽບຮຽບ ຮ້ອຍ ແລະ ຫລຸດພົ້ນຈາກ ຄວາມດ້ອຍພັດທະນາໃນປີ 2020 ຊຶ່ງຈະສູ້ຊົນເຮັດ ໃຫ້ເສດຖະກິດຂະຫຍາຍ ຕົວຕໍ່ເນື່ອງໃນລະດັບ 9,5% ຕໍ່ປີຂຶ້ນໄປ, ສູ້ຊົນ ແກ້ໄຂຄອບຄົວທຸກຍາກ ໃຫ້ຍັງເຫລືອບໍ່ເຖິງ 5% ແລະ ຈັດຕັ້ງປະຕິບັດວຽກ ງານໃນຂົງເຂດຕ່າງໆໃຫ້ ໄດ້ຕາມລະດັບຄາດໝາຍ.

- 002 - ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ

- 4 - ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!