ທົ່ວປະເທດປັກດໍານາປີສໍາເລັດແລ້ວ 94%

ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ຮູ້ວ່າ: ຂະບວນການປັກດໍາເຂົ້ານາປີຂອງຊາວກະສິກອນໃນທົ່ວປະເທດ ມາຮອດວັນທີ 16 ສິງຫາ ນີ້, ສໍາເລັດແລ້ວ 768.400 ກວ່າເຮັກຕາ ເທົ່າກັບ 94% ຂອງເນື້ອທີ່ທັງໝົດ ແລະ ເປັນທີ່ໜ້າເສຍດາຍໃນຜ່ານມານີ້ ເນື້ອທີ່ນາດັ່ງກ່າວໄດ້ຮັບຜົນກະທົບຈາກໄພທໍາມະຊາດ (ນໍ້າຖ້ວມ 91.149 ເຮັກຕາ, ສັດຕູພືດທໍາລາຍ 625 ກວ່າເຮັກຕາ, ດິນເຈື່ອນທັບຖົມ 200 ກວ່າເຮັກຕາ) ສ່ວນເນື້ອທີ່ເສຍຫາຍຍັງບໍ່ລະອຽດ, ໃນນີ້: ນາຢອດ 10.728 ເຮັກຕາ, ນາຫວ່ານ 93.803 ເຮັກຕາ. ສະເລ່ຍການປັກດໍາໃນແຂວງພາກເໜືອ ສໍາເລັດ 97%, ພາກກາງ 94% ແລະ ພາກໃຕ້ 93%. ສໍາລັບການປູກພືດລະດູຝົນ ມາຮອດປັດຈຸບັນປູກໄດ້ແລ້ວ 220.216 ເຮັກຕາ ເທົ່າກັບ 29% ຂອງແຜນການ.
ຂ່າວໃຫ້ຮູ້ອີກວ່າ: ໜຶ່ງເດືອນຜ່ານມາ ເຈົ້າໜ້າທີ່ປ່າໄມ້ສາມາດຢຶດໄມ້ຈາກຜູ້ກະທໍາຜິດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆໄດ້ທັງໝົດ 3.037 ໂຕ, ມີບໍລິມາດຫຼາຍກວ່າ 83 ແມັດກ້ອນ ແລະ ຢຶດຈັກສະຕິນໄດ້ 5 ເຄື່ອງ, ໂຕະຊອຍໄມ້ 1 ໜ່ວຍ, ປືນແກັບ 36 ກະບອກ, ປືນອັດລົມ 3 ກະບອກ, ລົດບັນທຸກ 2 ຄັນ ແລະ ລົດຮຸນໄດ 1 ຄັນ ທີ່ນໍາໃຊ້ເຂົ້າໃນການກະທໍາຜິດດັ່ງກ່າວ, ພ້ອມຢຶດສັດປ່າປະເພດຫວງຫ້າມໄດ້ 32 ໂຕ ມີນໍ້າໜັກກວ່າ 221 ກິໂລ ແລະ ເຄື່ອງປ່າຂອງດົງ ມີນໍ້າໜັກ 24 ກວ່າ ໂຕນ ໃນນັ້ນມີ (ດອກເຜີ້ງ, ໝາກແໜ່ງ, ເຄືອເຍືອງ ແລະ ເຫັດລິ້ນຈື່). ນອກນີ້, ຍັງໄດ້ລົງຕິດຕາມກວດກາການບຸກລຸກທໍາລາຍປ່າໄມ້ 1,14 ເຮັກຕາ ແລະ ຜູ້ກະທໍາຜິດ ໄດ້ນໍາໄປສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ.