ອິນເຕີ ມິລານ ຕັດສິນໃຈລົ້ມແຜນຄວ້າ ມາຣກຊິຍາລ


ອິນເຕີ ມິລານ ສະໂມສອນຍັກໃຫຍ່ແຫ່ງກັລໂຊ ເຊເຣຍ ອາ ຕົກເປັນຂ່າວວ່າຍົກເລີກຄວາມຕັ້ງໃຈທີ່ຈະເຊັນສັນຍາຄວ້າຕົວ ອ໊ອງໂຕນີ ມາຣກຊິຍາລ ກອງໜ້າແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ແຫ່ງພຣີເມຍລີກ ມາຮ່ວມທີມແລ້ວ ຫລັງນັກເຕະກັບມາໂຊຟອມເກັ່ງໃຫ້ ແມນເຊັສເຕີ ຢູໄນເຕັດ ອີກ.
ມາຣກຊິຍາລ ຫາກໍຍິງປະຕູປິດທ້າຍໃນເກມຢູຟາ ແຊມປ້ຽນລີກ ຮອບແບ່ງກຸ່ມ ທີ່ ແມນເຊັສເຕີ ຢູໄນເຕັດ ບຸກຖະຫລົ່ມ ຍັງ ບອຍ ສະໂມສອນແຫ່ງລີກສະວິດ 3-0 ໃນວັນທີ 19 ກັນຍາ, ແຕ່ ອິນເຕີ ຕັດສິນໃຈທີ່ຈະບໍ່ເດີນໜ້າໄລ່ລ່າຕົວດາວເຕະທີມຊາດຝຣັ່ງຕໍ່ໄປ.
ກ່ອນໜ້ານີ້ ນັກເຕະໄວ 22 ປີ ເຄີຍຕົກເປັນຂ່າວເລື່ອງການຍ້າຍທີມຕະຫລອດໄລຍະຫລາຍເດືອນຜ່ານມາ ເນື່ອງຈາກຄວາມຂັດແຍ່ງລະຫວ່າງລາວກັບ ໂຊເຊ ມູຣິນໂຢ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ.
ເຖິງຢ່າງໃດກໍຕາມ, ອິນເຕີ ບໍ່ຄິດຈະຂາຍ ອິວານ ເປຣິຊິ ກອງກາງຄົນເກັ່ງໃຫ້ ແມນເຊັສເຕີ ຢູໄນເຕັດ ໃນຖານະສ່ວນໜຶ່ງຂອງຂໍ້ສະເໜີຄວ້າ ມາຣກຊິຍາລ ເຮັດໃຫ້ຂໍ້ຕົກລົງດຶງຕົວດາວເຕະຊາວຝຣັ່ງມາຖິ່ນຊານ ຊິໂຣ ອາດຈະບໍ່ເກີດຂຶ້ນ.