ຣັດເຊຍຈະຈັດຫາລະບົບລູກສອນໄຟ ແບບພື້ນສູ່ອາກາດໃຫ້ຊີຣີ

ຣັດເຊຍປະກາດໃນວັນທີ 24 ກັນຍາວ່າ: ຈະຈັດຫາລະບົບລູກສອນໄຟແບບພື້ນສູ່ອາກາດ ເອສ-300 ໃຫ້ຊີຣີ ໂດຍລະບຸວ່າ: ເພື່ອປົກປ້ອງຮັກສາຄວາມປອດໄພໃຫ້ທະຫານຣັດເຊຍທີ່ຢູ່ໃນຊີຣີ.
ການປະກາດຈະຈັດສົ່ງລະບົບລູກສອນໄຟ ເອສ-300 ຂອງຣັດເຊຍເກີດຂຶ້ນພຽງ 1 ອາທິດ ພາຍຫລັງຣັດເຊຍກ່າວໂທດວ່າ: ອິດສະລາແອນກະທຳການໂດຍທາງອ້ອມ ເຮັດໃຫ້ເຮືອບິນທະຫານຂອງຣັດເຊຍຕົກໃນຊີຣີ ເຮັດໃຫ້ທະຫານຣັດເຊຍເສຍຊີວິດ 15 ຄົນ. ທ່ານ ເຊີເກ ຊອຍກູ ລັດຖະມົນຕີປ້ອງກັນປະເທດຣັດເຊຍ ກ່າວປາໄສທາງໂທລະພາບຣັດເຊຍ ໃນວັນທີ 24 ກັນຍາວ່າ: ເຫດການເຮືອບິນທະຫານຕົກດັ່ງກ່າວ ສົ່ງຜົນໃຫ້ຣັດເຊຍມີຄວາມຈຳເປັນຕ້ອງດຳເນີນມາດຕະການຕອບໂຕ້ທີ່ພຽງພໍ ໂດຍການເພີ່ມມາດຕະການເພື່ອຄວາມປອດໄພຂອງທະຫານຣັດເຊຍທີ່ຮ່ວມຕໍ່ສູ້ກັບກຸ່ມກໍ່ການຮ້າຍລະຫວ່າງປະເທດຢູ່ໃນຊີຣີ. ທ່ານກ່າວວ່າ: ລະບົບລູກສອນໄຟ ເອສ-300 ທີ່ທັນສະໄໝຈະຖືກສົ່ງໄປໃຫ້ກອງທັບຊີຣີພາຍໃນສອງອາທິດຕໍ່ໜ້າ ເຊິ່ງລູກສອນໄຟດັ່ງກ່າວຈະຊ່ວຍເສີມສ້າງແສນຍານຸພາບໃຫ້ກອງທັບຊີຣີ, ຣັດເຊຍ ເຊິ່ງຮ່ວມຮົບໃນຊີຣີນັ້ນໃຫ້ການສະໜັບສະໜູນລັດຖະບານຊີຣີ. ຣັດເຊຍລະບຸວ່າ: ຊີຣີຍິງເຮືອບິນກວດສອບໄອແອລ-20 ຂອງຣັດເຊຍຕົກດ້ວຍຄວາມຜິດພາດ ພາຍຫລັງເຮືອບິນຮົບຂອງອິດສະລາແອນ ຍິງເປົ້າໝາຍທີ່ຢູ່ໃກ້ກັນ, ຣັດເຊຍກ່າວໂທດອິດສະລາແອນວ່າເຮັດໃຫ້ເກີດສະພາບທີ່ເປັນອັນຕະລາຍເຮັດໃຫ້ເຮືອບິນຂອງຣັດເຊຍຕົກ.